LINX ຫຼື London Internet Exchange, ຜູ້ໃຫ້ບໍລິການອິນເຕີເນັດສູນກາງ (IX -Internet Exchange) ທີ່ເຊື່ອມຕໍ່ຜູ້ໃຫ້ບໍລິການອິນເຕີເນັດແຕ່ລະເຈົ້າເຂົ້າຫາກັນ ລາຍໃຫຍ່ໃນອັງກິດ ປະກາດຕັດ ISP (Internet service provider) ຫຼື ຜູ້ໃຫ້ບໍລິການອີນເຕີເນັດ ໃນຣັດເຊຍອອກສອງແຫ່ງ ເຊັ່ນ Megafon (AS 31133) ແລະ Rostelecom (AS 12389) ອອກຈາກລະບົບ.
LINX ກ່າວວ່າ ສາເຫດທີ່ຕັດການບໍລິການອອກເນື່ອງຈາກຄວາມກັງວົນທາງດ້ານກົດໝາຍວ່າມັນຈະກາຍເປັນການເຮັດທຸລະກິດກັບບຸກຄົນທີ່ຖືກຂວໍ້າບາດ.
Megafon ນັ້ນ ເຊື່ອມຕໍ່ກັບ LINX ດ້ວຍລິ້ງຂະໜາດ 10Gbps, Rostelecom ເຊື່ອມຕໍ່ກັບ LINX ດ້ວຍລິ້ງຂະໜາດ 100Gbps. ຜູ້ໃຫ້ບໍລິການທັງສອງຍັງເຊື່ອມຕໍ່ກັບ IX ຂອງປະເທດອື່ນອີກຫຼາຍເຈົ້າ ເຊັ່ນ Rostelecom ຍັງເຊື່ອມຕໍ່ກັບ IX ຈາກເຢຍລະມັນ ແລະ ເນເທີແລນດ້ວຍການເຊື່ອມຕໍ່ຫຼາຍຮ້ອຍ Gb ຕໍ່ວິນາທີ.

ຍັງບໍ່ເປັນທີ່ຈະແຈ້ງວ່າ IX ອື່ນໆ ໂດຍສະເພາະໃນຢູໂຣບ ມີແນວທາງດຽວກັນກັບຂອງອັງກິດ ຫຼືບໍ່ ເນື່ອງຈາກວ່າການເຊື່ອມຕໍ່ຫຼັກໆຂອງສອງ ISP ຈາກຣັດເຊຍນີ້ ສ່ວນຫຼາຍແມ່ນໄດ້ເຊື່ອມຕໍ່ກັບ IX ຂອງປະເທດທີ່ຮ່ວມກັນຂວໍ້າບາດຣັດເຊຍ. ແລະຖ້າວ່າ ການເຊື່ອມຕໍ່ທັງໝົດຖືກຕັດຂາດໃນທີ່ສຸດ ການເຊື່ອມຕໍ່ອິນເຕີເນັດເຂົ້າອອກໃນຣັດເຊຍ ຈະມີຄວາມຫຍຸ້ງຍາກຫຼາຍ.
ໂດຍກ່ອນໜ້ານີ້ ມີລາຍງານອອກມາວ່າລັດຖະບານຣັດເຊຍໄດ້ອອກຖະແຫຼງການ ລະບຸວ່າຣັດເຊຍໄດ້ປະສົບຜົນສໍາເລັດໃນການທົດລອງຕັດການເຊື່ອມຕໍ່ຈາກອິນເຕີເນັດໃນທົ່ວໂລກ. ຫຼັງຈາກເລີ່ມຕົ້ນຮູບແບບການທົດສອບຕ່າງໆ ໂດຍການຮ່ວມມືກັບອົງການຈາກລັດຖະບານ, ຜູ້ໃຫ້ບໍລິການອິນເຕີເນັດ ແລະ ບໍລິສັດອິນເຕີເນັດໃນປະເທດ.
ຈຸດປະສົງຂອງການທົດສອບຄັ້ງນີ້ແມ່ນ ເພື່ອທົດສອບເບິ່ງວ່າເຄືອຂ່າຍອິນເຕີເນັດແຫ່ງຊາດ ຫຼື ທີ່ໃນປະເທດຣັດເຊຍເອີ້ນກັນວ່າ “RuNet” ສາມາດເຮັດວຽກໄດ້ໂດຍບໍ່ຕ້ອງອາໄສ ລະບົບ DNS ( Domain Name System) ແລະ ອິນເຕີເນັດພາຍນອກປະເທດໄດ້ແທ້ຫຼືບໍ່ ເພື່ອມາຮອງຮັບກົດໝາຍ “ອະທິປະໄຕທາງອິນເຕີເນັດ” (Sovereign Internet) ທີ່ຈະເຮັດໃຫ້ລັດຖະບານຣັດເຊຍສາມາດຕັດການເຊື່ອມຕໍ່ອິນເຕີເນັດຂອງທົ່ວໂລກອອກຈາກປະເທດຕົນເອງໄດ້ ເພື່ອຄວາມປອດໄພ ແລະ ຄວາມໝັ້ນຄົງຂອງປະເທດ.

ເຖິງຢ່າງໃດກໍຕາມ ລັດຖະບານຣັດເຊຍຍັງບໍ່ໄດ້ມີການເປີດເຜີຍລາຍລະອຽດຂອງການທົດ ລອງດັ່ງກ່າວ. ໂດຍບອກພຽງແຕ່ວ່າຈະນຳບົດສະຫຼຸບຂອງການທົດສອບ ແລະ ລາຍລະອຽດທັງໝົດໃຫ້ກັບປະທານາທິບໍດີ Vladimir Putin ໄດ້ຮັບຊາບ.
ຈາກເຫດການດັ່ງກ່າວໄດ້ມີສຽງວ່າ ຣັດເຊຍອາດຈະນຳຮອຍຈີນທີ່ມີການຈຳກັດການອອກສູ່ອິນເຕີເນັດ ເຊິ່ງອາດຈະມີຜົນເຮັດໃຫ້ປະຊາຊົນໄດ້ຮັບຂໍ້ຈຳກັດໃນການເຂົ້າເຖິງຂໍ້ມູນຂ່າວສານໃນອະນາຄົດ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/