ອາການບ້າຮັກ ຫຼື Limerence ໝາຍເຖິງສະພາວະທາງຈິດໃຈຂອງມະນຸດທິ່ເກີດຈາກຄວາມຮູ້ສຶກມັກ ແລະ ຫຼົງໃຫຼຢ່າງຮຸນແຮງ.
ຄໍາວ່າ Limerence ໄດ້ຖືກຄົ້ນພົບໂດຍນັກຈິດຕະສາດ Dorothy Tennov, ຜູ້ທີ່ຂຽນປຶ້ມ Love and Limerence: The Experience of Being in Love ໃນປີ 1979 ລາວໄດ້ໃຊ້ປຶ້ມຫົວນີ້ເພື່ອອະທິບາຍແນວຄວາມຄິດຂອງ Limerence ເຊິ່ງເປັນທິດສະດີທີ່ເກີດຂຶ້ນຈາກການສໍາພາດຄົນຈຳນວນຫຼາຍກວ່າ 500 ຄົນກ່ຽວກັບເລື່ອງຂອງຄວາມຮັກ.
ອາການບ້າຮັກຫຼາຍເກີນໄປເປັນອັນຕະລາຍບໍ່?
ອາການບ້າຮັກບໍ່ແມ່ນອາການທາງຈິດຕະເວດ ເຊິ່ງມັນເກີດຂຶ້ນໄດ້ກັບທຸກຄົນ. ດັ່ງນັ້ນ, ຈຶ່ງບໍ່ເປັນອັນຕະລາຍ. ແຕ່ຖ້າການບ້າຮັກຫາກກ້າວກ່າຍຄວາມເປັນສ່ວນຕົວຂອງອີກຝ່າຍຫຼາຍເກີນໄປ ຫຼື ຄິດຮອດແຕ່ເລື່ອງຂອງຝ່າຍກົງກັນຂ້າມຫຼາຍເກີນໄປຈົນກິນບໍ່ໄດ້, ນອນບໍ່ຫຼັບ, ກະວົນກະວາຍ, ບໍ່ມີສະມາທິ ແນ່ນອນມັນຈະສົ່ງຜົນກະທົບຕໍ່ການໃຊ້ຊີວິດ, ສຸຂະພາບຮ່າງກາຍ ແລະ ຈິດໃຈຂອງທ່ານໄດ້.

ສຳລັບໃຜທີ່ກຳລັງສັບສົນກັບຄວາມຮູ້ສຶກຂອງຕົນເອງ ລອງສັງເກດເບິ່ງວ່າຕົນກຳລັງມີອາການບ້າຮັກຢູ່ບໍ?
- ຮູ້ສຶກຫຼົງໃຫຼໃນວັດຖຸ ແລະ ຕົວບຸກຄົນແບບບໍ່ເຄີຍເປັນມາກ່ອນ ໂດຍໝົກໝຸ້ນກັບສິ່ງນັ້ນທັງເວັນ ແລະ ຄືນ.
- ຈິນຕະນາການ ແລະ ເພີ້ຝັນເຖິງອະນາຄົດກັບຄົນທີ່ຕົນມັກຈົນບໍ່ມີສະມາທິ ເຊັ່ນ: ຈິນຕະນາການວ່າໄດ້ຄົບຫາ, ແຕ່ງດອງ ແລະ ສ້າງຄອບຄົວກັບຄົນນັ້ນ.
- ຮູ້ສຶກສະບາຍໃຈ ແລະ ປອດໄພທຸກຄັ້ງທີ່ໄດ້ຢູ່ກັບຄົນນັ້ນຈົນຮູ້ສຶກຢາກຢູ່ນຳກັນຕະຫຼອດເວລາ.
- ເບິ່ງແຕ່ຂໍ້ດີຂອງເຂົາໂດຍເບິ່ງຂ້າມເຖິງຂໍ້ເສຍຢ່າງງ່າຍດາຍ ເຫັນວ່າອີກຝ່າຍສົມບູນແບບທຸກຢ່າງໃນສາຍຕາ.
- ສືບວ່າຄົນທີ່ຕົນແອບມັກກຳລັງລົມໃຜ ຫຼື ຄົບຫາກັບໃຜຢູ່ ແລະ ຮູ້ສຶກຫຶງຫວງເມື່ອຄົນອື່ນມາວົນວາຍກັບເຂົາ ໂດຍທີ່ເຮົາບໍ່ໄດ້ເປັນຫຍັງກັນ.
- ຮູ້ສຶກໃຈເຕັ້ນແຮງ, ເວົ້າຈາຕິດໆຂັດໆ, ເຫື່ອອອກ, ວິນຫົວເມື່ອໄດ້ຢູ່ໃກ້ຄົນທີ່ມັກ.
- ອາລົມແປປວນງ່າຍ ເມື່ອອີກຝ່າຍສົນໃຈຈະຮູ້ສຶກດີໃຈຫຼາຍ, ແຕ່ເມື່ອເຂົາບໍ່ສົນໃຈຈະຮູ້ສຶກອຸກອັ້ງ ແລະ ເປັນທຸກໃຈ.
- ຮູ້ສຶກຢູ່ບໍ່ໄດ້ເມື່ອບໍ່ມີເຂົາ.

ວິທີປິ່ນປົວອາການບ້າຮັກສາມາດປະຕິບັດໄດ້ດັ່ງຕໍ່ໄປນີ້:
- ທຳຄວາມຮູ້ຈັກກັບອາການບ້າຮັກ
ກ່ອນອື່ນໝົດຄວນມາຮູ້ຈັກກັບອາການບ້າຮັກວ່າມັນແມ່ນຫຍັງ? ແລະ ຕອນນີ້ຕົນກຳລັງຕົກຢູ່ໃນອາການເຫຼົ່ານັ້ນ ຫຼື ບໍ່. ຖ້າແມ່ນຮີບຮ້ອນແກ້ໄຂໃນຖືກຈຸດ ແລະ ທັນເວລາເພື່ອບໍ່ໃຫ້ເສຍສຸຂະພາບເຮົາເອງ.
- ຢ່າປ່ອຍໃຫ້ອາການບ້າຮັກເຂົ້າມາມີອິດທິພົນຕໍ່ຊີວິດ
ເມື່ອເຮົາຫຼົງຮັກໃຜບາງຄົນຫຼາຍເກີນໄປຈົນເຮັດໃຫ້ບໍ່ມີສະມາທິ, ບໍ່ມີກະຈິດກະໃຈເຮັດວຽກ, ຮຽນໜັງສື ຫຼື ເຮັດກິດຈະກຳຕ່າງໆ ແນ່ນອນວ່າຫາກເປັນແບບນີ້ປະຈຳຈະກະທົບຕໍ່ການໃຊ້ຊີວິດປະຈຳວັນ. ສະນັ້ນ, ຄວນປັບປ່ຽນພຶດຕິກຳ ແລະ ຄວາມຄິດໃຫ້ທຸ່ນທ່ຽງ.
- ເຮັດກິດຈະກຳຍາມວ່າງ
ເມື່ອຮູ້ສຶກວ່າຕົນກຳລັງບ້າຮັກເກີນໄປລອງຫາກິດຈະກຳຕ່າງໆເຮັດເພື່ອໃຫ້ມີເວລາຄິດຮອດເຂົາໜ້ອຍລົງ ເຊັ່ນ: ອອກກຳລັງກາຍ, ປູກຕົ້ນໄມ້, ນັ່ງສະມາທິ, ເຮັດອາຫານ ແລະ ອື່ນໆ.
ອ້າງອີງຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/