ທະນາຄານພັດທະນາລາວ Lao Development Bank (LDB) ປະກາດ ຜົນການດໍາເນີນທຸລະກິດ ປະຈຳໄຕມາດ I ປີ 2024 ຂອງ ທະນາຄານ ພັດທະນາລາວ ມີຜົນກໍາໄລສຸດທິ ເພີ່ມຂຶ້ນ 196% ທຽບໃສ່ໄຕມາດ I ປີ 2023.
ຕົວເລກດັ່ງກ່າວ ຖືກປະກາດໃນກອງປະຊຸມ ສະຫຼຸບຜົນການດໍາເນີນທຸລະກິດ ປະຈຳໄຕມາດ I ປີ 2024 ແລະ ວາງທິດທາງແຜນການດໍາເນີນທຸລະກິດ ປະຈໍາໄຕມາດ II ປີ 2024 ທີ່ໂຮງແຮມ ພູແມນ ນະຄອນຫຼວງພະບາງ ເມື່ອບໍ່ດົນມານີ້ ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິຫານ ທພລ, ທ່ານ ຈັນທະໜອມ ພົມມະນີ ປະທານຄະນະກໍາມະການບໍລິຫານງານ ທພລ ໂດຍມີ ຄະນະທີ່ປຶກສາ, ຄະນະຜູ້ອໍານວຍການ, ຄະນະຝ່າຍ, ຄະນະສາຂາພາກ, ສາຂານ້ອຍ, ຄະນະຂະແໜງ, ໜ່ວຍບໍລິການ ແລະ ພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.
ບົດລາຍງານໃນກອງປະຊຸມໃຫ້ຮູ້ວ່າ ສຳລັບໄຕມາດທີ I ປີ 2024 ທພລ ໄດ້ຂຶ້ນແຜນຍອດສິນເຊື່ອໃຫ້ເພີ່ມຂຶ້ນ 5%, ແຕ່ປະຕິບັດໄດ້ຕົວຈິງ ເກີນແຜນທີ່ວາງໄວ້ 11%; ໃນນີ້ມີ: 1.) ເງິນກູ້ປົກກະຕິ (A) ກວມເອົາ 99.70% ຂອງຍອດສິນເຊື່ອທັງໝົດ, 2.) ເງິນກູ້ປົກກະຕິ (B) ກວມເອົາ 0.25% ຂອງຍອດສິນເຊື່ອທັງໝົດ, 3.) ເງິນກູ້ທີ່ເປັນ NPLs ກວມເອົາ 0.05% ຂອງຍອດສິນເຊື່ອທັງໝົດ; ສ່ວນທຶນທັງໝົດຂອງທະນາຄານ ມີຈໍານວນ 2,486 ຕື້ກີບ ເພີ່ມຂຶ້ນ 19% ທຽບໃສ່ ທ້າຍປີ 2023.
ໃນໄລຍະທີ່ຜ່ານມາ ໜຶ່ງວຽກງານທີ່ ໂດດເດັ່ນ ຂອງ ທພລ ກໍຄືການພັດທະນາຜະລິດຕະພັນ ເພື່ອຮອງຮັບໃຫ້ບໍລິການແກ່ລູກຄ້າ ໂດຍສະເພາະແມ່ນແອັບ LDB TRUST ຍອດເຕີບໂຕຂອງຜູ້ຊົມໃຊ້ ເພີ່ມຂຶ້ນສູງເຖິງ 98% ທຽບກັບໄຕມາດ I ປີ 2023, ເຊິ່ງ ທພລ ໄດ້ເນັ້ນພັດທະນາໃຫ້ແອັບດັ່ງກ່າວ ມີຄວາມທັນສະໄໝ, ສະດວກ, ໃຊ້ງານງ່າຍ ແລະ ເຂົ້າກັບວິຖີຊີວິດຂອງສັງຄົມລາວ ພ້ອມທັງຟຣີຄ່າທໍານຽມການໂອນພາຍໃນ ເພື່ອອໍານວຍຄວາມສະດວກສະບາຍ ໃນການໃຫ້ບໍລິການແກ່ລູກຄ້າ ທີ່ຕອບໂຈດ ແລະ ປະທັບໃຈ ເພື່ອໃຫ້ເປັນໜຶ່ງໃນທາງເລືອກຂອງສັງຄົມ.
ໂອກາດດັ່ງກ່າວ ທ່ານ ຟອງສະໝຸດ ດວງໃຈ ຄະນະກຳມະການ ບໍລິຫານ ທພລ ໃຫ້ຮູ້ວ່າ ສຳລັບວຽກງານຂະຫຍາຍສິນເຊື່ອ ໃນຕໍ່ໜ້າ ທພລ ແມ່ນຈະເນັ້ນໜັກ ແລະ ໃຫ້ບູລິມະສິດ ໃນການສະໜອງທຶນແກ່ ທຸລະກິດກະສິກຳ ລວມເຖິງທຸລະກິດດ້ານອື່ນໆ ທີ່ມີຕະຫຼາດຮອງຮັບ ໃນການສົ່ງອອກຕ່າງປະເທດ ແລະ ມີລາຍຮັບເປັນເງິນຕາຕ່າງປະເທດ ເພື່ອໃຫ້ສອດຄ່ອງຕາມແນວທາງນະໂຍບາຍຂອງລັດຖະບານ ໃນການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ
ສຳລັບໄຕມາດ II ປີ 2024 ນີ້, ທພລ ຈະສືບຕໍ່ດໍາເນີນທຸລະກິດ ຕາມແຜນຍຸດທະສາດທີ່ວາງໄວ້ ໃຫ້ໜັກແໜ້ນ, ສືບຕໍ່ປະຕິບັດພາລະບົດບາດ ໃນການໃຫ້ບໍລິການທາງດ້ານການເງິນທີ່ເປັນມາດຕະຖານ ແລະ ມີຄຸນະພາບ ແກ່ສັງຄົມ ດ້ວຍການໃຫ້ບໍລິການທີ່ຫນ້າປະທັບໃຈ ແລະ ເປັນມາດຕະຖານດຽວກັນ ໃນຂອບເຂດທົ່ວປະເທດ.
https://www.facebook.com/photo?fbid=836362978521188&set=a.544484034375752
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/