ເຮົາອາດຈະເຄີຍເຫັນແພລັດຟອມການຮຽນການສອນອອນລາຍຂອງຕ່າງປະເທດ ບໍ່ວ່າຈະເປັນ Master Class, SkillShare… ແຕ່ຕອນນີ້ໃນລາວເຮົາກໍໄດ້ມີການພັດທະນາແພລັດຟອມ ສື່ການຮຽນການສອນທີ່ມີສັກກະຍະພາບບໍ່ໜ້ອຍໄປກວ່າຂອງຕ່າງປະເທດເລີຍ ໂດຍແພລັດຟອມດັ່ງກ່າວຊື່ວ່າ “KHOOMUE (ຄູ່ມື)”.
![](https://laox.la/wp-content/uploads/2021/10/image-283.png)
KHOOMUE (ຄູ່ມື) ແມ່ນ ແພລັດຟອມທີ່ຮວບຮວມຄອສຮຽນ, ການສອນອອນລາຍ ເປັນສູນກາງລະຫວ່າງຄົນທີ່ກຳລັງຫາຄວາມຮູ້ ແລະ ຄົນທີ່ກຳລັງຢາກຖ່າຍທອດຄວາມຮູ້ມາພົບກັນ, ເປັນສື່ກາງເພື່ອໃຫ້ຄົນທົ່ວປະເທດໄດ້ຮຽນຮູ້ນຳກັນ ຜ່ານໂມບາຍແອບພິເຄຊັນ ແລະ ເວັບໄຊ.
![](https://laox.la/wp-content/uploads/2021/10/dsdc-528x1024.png)
ພາຍໃນຕົວແພລັດຟອມ KHOOMUE ປະກອບໄປດ້ວຍຫຼາກຫຼາຍບົດຮຽນ ວິດີໂອການສອນ ທີ່ຖືກຈັດແບ່ງເປັນໝວດໝູ່ຕາມຄວາມເໝາະສົມ ແລະ ສະດວກແກ່ຜູ້ທີ່ເຂົ້າມາສຶກສາ ຫຼື ຜູ້ທີ່ເປັນຄົນເຮັດວິດີສອນ, ບົດຮຽນຕ່າງໆລວມມີທັງແບບຟຣີ ແລະ ແບບຈ່າຍເງິນ ອີງຕາມເນື້ອຫາພ້ອມທັງລະດັບຂອງຕົວບົດຮຽນເອງ.
![](https://laox.la/wp-content/uploads/2021/10/dsfdsfsfds-527x1024.png)
ສິ່ງທີ່ແອັບ KHOOMUE ມອບໃຫ້ແກ່ຜູ້ໃຊ້ງານນັ້ນກໍຄືຄວາມສະດວກສະບາຍຕ່າງໆບໍ່ວ່າຈະເປັນ:
- ສາມາດຮຽນຜ່ານເວັບໄຊ ແລະ ແອບພິເຄຊັ່ນໄດ້ເລີຍ
- ສາມາດຮຽນໄດ້ທຸກສະຖານທີ່ ທຸກເວລາ ຕະຫຼອດ 24 ຊົ່ວໂມງ
- ຮຽນໄດ້ບໍ່ຈຳກັດ ສະໝັກເທື່ອດຽວ ຮຽນໄດ້ຕະຫຼອດຊີບ
- ມີຄອສຮຽນຫຼາຍກວ່າ 100 ຄອສຮຽນ
- ຮຽນຮູ້ກັບຜູ້ມີປະສົບການສະເພາະດ້ານ ແລະ ຖ່າຍທອດຈາກປະສົບການຈິງ
- ສະດວກ ແລະ ທັນສະໄໝ ພຽງແຕ່ທ່ານມີແອັບ KHOOMUE
- ລະບົບການຈ່າຍເງິນ: ທີ່ເຮົາສາມາດຈ່າຍເງິນເພື່ອຊື້ຄອສຮຽນໄດ້ຢ່າງງ່າຍດາຍດ້ວຍລະບົບ QR Code
![](https://laox.la/wp-content/uploads/2021/10/sdsds-529x1024.png)
KHOOMUE ຖືວ່າເປັນອີກແພລັດຟອມທີ່ຕອບໂຈດການສຶກສາໃນຍຸກ New Normal ນີ້ ທີ່ຫຼາຍໆຄົນຕ້ອງໄດ້ສຶກສາຜ່ານທາງອອນລາຍຢູ່ແລ້ວ, ສາມາດດາວໂຫລດແອັບ KHOOMUE ໄດ້ແລ້ວບໍ່ວ່າຈະເປັນທັງ Android ແລະ iOS.
ຂໍ້ມູນຈາກ: https://cutt.ly/8ROYG3q
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/