ເມື່ອເວົ້າເຖິງເທັກໂນໂລຢີທີ່ມີການສະແກນຮ່າງກາຍຂອງມະນຸດເຮົາ ເຊັ່ນ ການສະແກນສະໝອງ ຫຼາຍຄົນກໍອາດຈະນຶກເຖິງຫ້ອງທົດລອງຂອງນັກວິທະຍາສາດ ຫຼື ຫ້ອງ X-ray ຮ່າງກາຍ ທີ່ອຸປະກອນມີຂະໜາດໃຫຍ່ ເຊິ່ງມັນຍາກຕໍ່ການເຄື່ອນຍ້າຍໄປມາ ແລະ ເບິ່ງຄືວ່າມັນມີຂັ້ນຕອນໃນການເຮັດວຽກທີ່ຊັບຊ້ອນແທ້ໆ. ຢ່າງໃດກໍຕາມ ຖ້າຫາກວ່າບັນດາອຸປະກອນດັ່ງກ່າວມີຂະໜາດນ້ອຍລົງມາ ແລະ ສາມາດພົກພາໄປໄດ້ສະດວກມັນຄືຈະດີບໍ່ໜ້ອຍເລີຍ!
ແລະເລື່ອງທີ່ກ່າວມາມັນກໍເປັນຈິງແລ້ວ ເພາະບໍລິສັດສະຕາດອັບໃນສະຫະລັດອາເມຣິກາ ຫາກໍເປີດຕົວ ເຄື່ອງສະແກນສະໝອງທີ່ມີຂະໜາດນ້ອຍ ຈົນສາມາດພົກພາໄປດ້ວຍຕົນເອງໄດ້ແລ້ວ.

ເມື່ອບໍ່ດົນມານີ້ ບໍລິສັດສະຕາດອັບຂອງສະຫະລັດອາເມຣິກາ ຢ່າງ Kernel ໄດ້ອອກມາເປີດໂສມໜ້າເທັກໂນໂລຢີສວມໃສ່ແບບໃໝ່ທີ່ມີຊື່ວ່າ Kernel Flow.
ໂດຍ Kernel Flow ນີ້ຈະເປັນອຸປະກອນທີ່ໃຊ້ແສງອິນຟຣາເຣດ (Infrared) ເພື່ອສະແກນສະໝອງຂອງມະນຸດ ແລະ ມັນມີຂະໜາດທຽບເທົ່າກັບຊຸດ VR ຂອງທາງບໍລິສັດທີ່ໄດ້ຜະລິດອອກມາກ່ອນໜ້ານີ້.

ອຸປະກອນນີ້ແຕ່ກ່ອນແມ່ນໄດ້ຮັບການເປີດຕົວອອກມາໃນໄລຍະທ້າຍປີ 2021 ກ່ອນທີ່ໃນເວລາຕໍ່ມາມັນຈະໄດ້ຮັບການເປີດເຜີຍຂໍ້ມູນເພີ່ມຕື່ມຜ່ານງານວິໄຈວາລະສານ Journal of Biomedical Optics.

ອ້າງອີງຈາກຂໍ້ມູນໃນປັດຈຸບັນນີ້ ອຸປະກອນນີ້ຈະອາໄສໂມດູລ 52 ອັນທີ່ຕິດຢູ່ເທິງແຜ່ນໂລຫະທາງດ້ານຂ້າງຂອງຫົວ ແລະ ສ້າງເລເຊີອິນຟຣາເຣດທີ່ມີຄວາມຍາວຂອງຄື້ນທີ່ແຕກຕ່າງກັນໄປທີ່ສະໝອງ.
ເພື່ອກວດຈັບລັກສະນະຂອງສະໝອງແລະການເຮັດວຽກຂອງຄື້ນໄຟຟ້າໃນສ່ວນຕ່າງໆ ໂດຍສ້າງເປັນພາບສະໝອງທີ່ມະນຸດສາມາດໃຊ້ເພື່ອສຶກສາການເຮັດວຽກຂອງສະໝອງໃນພາວະອາລົມຕ່າງໆ, ຜົນຂ້າງຄຽງຂອງສານເຄມີຢ່າງເຄຕາມີນ ຫຼື ແມ່ນແຕ່ຜົນຂອງການເຮັດສະມາທິໄດ້.

ອຸປະກອນນີ້ໃນປັດຈຸບັນແມ່ນໄດ້ຜ່ານການທົດລອງໃນສັດແລະມະນຸດມາໄດ້ດ້ວຍດີແລ້ວ ດີຈົນຂະໜາດທີ່ Bryan Johnson ຜູ້ທີ່ເປັນ CEO ຂອງບໍລິສັດທີ່ຜະລິດມັນ ກ້າພໍທີ່ຈະສວມໃສ່ມັນໂຊດ້ວຍຕົນເອງມາແລ້ວ.
ເຖິງວ່າອຸປະກອນນີ້ຈະເປັນໄປໃນທາງທີ່ດີ ແຕ່ມັນກໍຍັງມີຂໍ້ຈຳກັດຂອງລະບົບ ເຊັ່ນ: ຍັງບໍ່ເປັນມິດກັບຜູ້ທີ່ໃຊ້ໂມງອັດສະລິຍະ (Smart Watch) ຫຼືອຸປະກອນສວມໃສ່ອື່ນໆ ແລະ ບັນຫາກ່ຽວກັບຜົມທີ່ບາງຂອງຜູ້ສວມໃສ່ອາດກະທົບຕໍ່ຜົນທີ່ໄດ້ຮັບ.

ດ້ວຍເຫດນີ້ ທີມວິໄຈຈຶ່ງຄາດວ່າພວກເຂົາຈະແກ້ໄຂບັນຫາທີ່ຍັງຫຼົງເຫຼືອ ແລະ ກະກຽມລະບົບເພື່ອໃຫ້ວາງຂາຍໄດ້ໃນປີ 2024 ນີ້.
ຖ້າຫາກອຸປະກອນນີ້ສຳເລັດໄປດ້ວຍດີ ໃນອະນາຄົດທີ່ຈະມາຮອດນີ້ເຮົາອາດຈະໄດ້ນຳໃຊ້ມັນເຂົ້າໃນຊີວິດປະຈຳວັນ ເຊິ່ງມັນກໍຖືໄດ້ວ່າເປັນອຸປະກອນທີ່ເໝາະສົມກັບຜູ້ທີ່ມີບັນຫາດ້ານສະໝອງໂດຍສະເພາະ.
ຂອບໃຈຂໍ້ມູນຈາກ:
- https://cutt.ly/JSQmpGa
- https://cutt.ly/oSQnZfF
- https://cutt.ly/LSQnCPC
- https://cutt.ly/JSQmTIX
- https://cutt.ly/9SQmI5k
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/