ເມື່ອມີຜູ້ບໍລິໂພກມີພຶດຕິກຳການຮັບສື່ອອນລາຍແລ້ວ ກໍມີຜູ້ບໍລິໂພກທີ່ບໍ່ເສບຕິດສື່ອອນລາຍດ້ວຍເຊັ່ນກັນ ແລະຍັງມີພຶດຕິກຳຫຼີກເວັ້ນສື່ອອນລາຍອີກດ້ວຍ ເຊັ່ນພຶດຕິກຳ 2 ແບບນີ້ໄດ້ແບ່ງເປັນ 2 ກຸ່ມນີ້ຄື FOMO ແລະ JOMO
ມຶ້ນີ້ ເຮົາຈະພາມາຮູ້ຈັກ ພຶດຕຕິກຳ JOMO ນຳກັນວ່າມັນແມ່ນຫຍັງ

JOMO ແມ່ນຫຍັງ?
JOMO ຫຍໍ້ມາຈາກ Joy of Missing Out ຄວາມສຸກຂອງສິ່ງທີ່ຂາດຫາຍໄປ. JOMO ແມ່ນກົງກັນຂ້າມກັບ FOMO, ເປັນພຶດຕິກຳຖອຍຫ່າງຈາກໂຊຊຽວມີເດຍ ເພື່ອເອົາເວລາໄປໃຊ້ກິດຈະກໍາອື່ນທີ່ຢູ່ອ້ອມຕົວ. ບໍ່ຢຶດຕິດວ່າໂທລະສັບ ເປັນທຸກສິ່ງທຸກຢ່າງໃນຊີວິດແລະຄິດວ່າຖ້າພາດກະແສໄປຈັກຢ່າງກໍບໍ່ແມ່ນເລື່ອງຜິດ.
ພຶດຕິກໍາຂອງກຸ່ມ JOMO ເປັນແນວໃດ?
ລົດຜ່ອນການນໍາໃຊ້ອິນເຕີເນັດ ແລະລົດຜ່ອນການຢຶດໝັ້ນກັບ Social Network ແລະຫັນໄປມີຄວາມສຸກທີ່ບໍ່ຈໍາເປັນຕ້ອງຮູ້ບາງເລື່ອງໃນສື່ສັງຄົມ.

ໂຟກັດກິດຈະກໍາທີ່ບໍ່ຈໍາເປັນຕ້ອງຕິດກັບໂທລະສັບຕະຫຼອດເວລາ: ຊາວJOMO ບໍ່ໄດ້ໂຟກັດກິດຈະກໍາທີ່ໃຊ້ອິນເຕີເນັດຫຼາຍ ຫຼືວ່າເປັນພຶດຕິກຳທີ່ເກີດຈາກຄວາມເບື່ອໃນການໃຊ້ສື່ສັງຄົມອອນລາຍ ຈົນຕ້ອງຫາທາງຫຼີກເວັ້ນ ແລະ ເນັ້ນກິດຈະກຳທີ່ບໍ່ໃຊ້ສະມາດໂຟນຕະຫຼອດເວລາ ເຊັ່ນ: ການອອກໄປອ່ານປຶ້ມ, ອອກກຳລັງກາຍ, ປູກຕົ້ນໄມ້ ແລະ ອື່ນໆ.

ບໍ່ຮູ້ສຶກຜິດທີ່ຈະຕົກເທຣນ: ເພາະວ່າຊາວ JOMO ເກີດມາຈາກຄວາມເບື່ອໜ່າຍໃນສື່ສັງຄົມ ເຮັດໃຫ້ເກີດພຶດຕິກຳທີ່ຈະຖອຍຫ່າງຈາກ ຫຼື ຕັດຂາດຈາກສື່ອອນລາຍ. ສະນັ້ນ ເຂົາເຈົ້າຈຶ່ງບໍ່ຮູ້ສຶກຜິດທີ່ພາດຂ່າວ ຫຼື ຍອມຕົກເທຣນບາງທີ່ບາງຢ່າງໄປ ເພື່ອໃຫ້ມີເວລາພັກຜ່ອນສະບາຍ ແລະ ບາງເທື່ອອາດຈະຕັດການສົນທະນາຜ່ານແຊັດຊ້າໄປຫຼາຍມື້ໂດຍບໍ່ມີຄວາມຮູ້ສຶກຜິດໃດໆ.
ຢ່າງໃດກໍຕາມ ໃນໂລກຂອງເຮົາມີຄົນທຸກຮູບແບບແລະທຸກຄົນມີສິດຂອງໃຜມັນເລືອກທີ່ຈະເປັນຕົນເອງ ເລືອກທີ່ຈະສະແດງອອກ ແລະ ເລືອກທີ່ຈະເຮັດໃຫ້ຕົວເອງມີຄວາມສຸກ.
ຂໍ້ມູມອ້າງອີງ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/