ປະທານາທິບໍດີ ໂຈ ໄບເດັນ ຂອງສະຫະລັດອາເມຣິກາ ປະກາດວ່າ ກອງທັບສະຫະລັດ ພ້ອມຈະເຂົ້າມາໃຫ້ການຊ່ວຍເຫຼືອ ປົກປ້ອງໄຕ້ຫວັນ ຖ້າວ່າຈີນສົ່ງກຳລັງທະຫານເຂົ້າມາໄຕ້ຫວັນ ເຊິ່ງສ້າງຄວາມບໍ່ພໍໃຈໃຫ້ກັບທາງການຈີນເປັນຢ່າງສູງ.
ເມື່ອວັນອາທິດທີ່ຜ່ານມາ (18 ກັນຍາ) ທ່ານ ປະທານາທິບໍດີ ໂຈ ໄບເດັນ ໄດ້ໄປອອກລາຍການສຳພາດ ແຫ່ງໜຶ່ງໃນສະຫະລັດ ອາເມຣິກາ ແລະ ໄດ້ຖືກຖາມວ່າ ກອງທັບສະຫະລັດຈະຊ່ວຍປົກປ້ອງເກາະໄຕ້ຫວັນ ທີ່ມີການປົກຄອງພາຍໃຕ້ລະບອບປະຊາທິປະໄຕ ທີ່ຈີນອ້າງວ່າເປັນສ່ວນໜຶ່ງຂອງຕົນ ຫຼືບໍ່ ເຊິ່ງຜູ້ນຳສະຫະລັດກໍໄດ້ຕອບວ່າ: “ແມ່ນແລ້ວ ຖ້າຫາກວ່າເກີດການໂຈມຕີທີ່ບໍ່ເຄີຍມີມາກ່ອນ”.

ນອກຈາກນີ້ ທ່ານ ປະທານາທິບໍດີ ຍັງຖືກຖາມອີກວ່າ ມັນຈະບໍ່ຄືກັບສິ່ງທີ່ເກີດຂຶ້ນໃນຢູເຄຣນແມ່ນບໍ່ ເຊິ່ງກອງກຳລັງສະຫະລັດ ກໍຄື ຍິງ ແລະ ຊາຍ ຊາວອາເມຣິກາ ຈະເຂົ້າຮ່ວມປົກປ້ອງໄຕ້ຫວັນແມ່ນບໍ່ ເຊິ່ງຜູ້ນຳສະຫະລັດກໍໄດ້ຕອບວ່າ: “ແມ່ນແລ້ວ”
ການໃຫ້ສຳພາດຄັ້ງນີ້ ຂອງ ໂຈ ໄບເດັນ ຖືເປັນທ່າທີຫຼ້າສຸດຂອງຜູ້ນຳສະຫະລັດ ທີ່ສະແດງອອກມາຢ່າງຊັດເຈນກ່ຽວກັບກໍລະນີຂອງໄຕ້ຫວັນ ເຖິງແມ່ນວ່າຕະຫຼອດໄລຍະເວລາທີ່ຜ່ານມາ ສະຫະລັດ ອາເມຣິກາ ຈະດຳເນີນນະໂຍບາຍ ທີ່ບໍ່ແນ່ນອນທາງຍຸດທະສາດ ສະເໝີມາ ແລະ ບໍ່ເຄີຍໃຫ້ຄວາມຊັດເຈນວ່າຈະດຳເນີນການຕອບໂຕ້ທາງການທະຫານຕໍ່ກໍລະນີ ຈີນ ກັບ ໄຕ້ຫວັນ ຫຼືບໍ່.

ຂະນະທີ່ ເມົາ ໜິງ (Mao Ning) ໂຄສົກກະຊວງການຕ່າງປະເທດຂອງຈີນ ໄດ້ລະບຸໃນງານຖະແຫຼງຂ່າວໃນວັນທີ 19 ກັນຍາ ທີ່່ຜ່ານມາວ່າ ຄວາມເຫັນຂອງ ປະທານາທິບໍດີ ໂຈ ໄບເດັນ ໄດ້ສົ່ງສັນຍານທີ່ຜິດຢ່າງຮ້າຍແຮງ ໃຫ້ກຸ່ມແບ່ງແຍກດິນແດນທີ່ຕ້ອງການໃຫ້ໄຕ້ຫວັນເປັນອິດສະຫຼະຈາກຈີນ ແລະ ທາງການຈີນ ບໍ່ພໍໃຈເປັນຢ່າງຍິ່ງ ແລະ ຂໍຄັດຄ້ານຢ່າງທີ່ສຸດ ຕໍ່ຄວາມເຫັນຂອງ ຜູ້ສະຫະລັດ ແລະ ໄດ້ສົ່ງຄຳຮ້ອງຢ່າງເປັນທາງການໄປເປັນທີ່ຮຽບຮ້ອຍແລ້ວ ພ້ອມເຕືອນວ່າຈີນຂໍສະຫງວນສິດທີ່ຈະດຳເນີນມາດຕະການຕ່າງໆ ທີ່ຈຳເປັນເພື່ອຕໍ່ຕ້ານການແຍກຕົວເປັນອິດສະຫຼະຂອງໄຕ້ຫວັນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment