JENNIE ກາຍເປັນສິລະປິນຍິງ K-POP ທີ່ມີຍອດສະຕຣີມ 1 ພັນລ້ານຄັ້ງ ໄວທີ່ສຸດໃນ Spotify


KIM JENNIE ຫຼື JENNIE BLACKPINK ສ້າງປະຫວັດສາດຄັ້ງໃໝ່ໃຫ້ກັບວົງການດົນຕີອີກຄັ້ງ ດ້ວຍສະຖິຕິຈາກເພງ One of the Girls ເປັນເພງປະກອບຊີຣີ້ເລື່ອງ The Idol ທີ່ໄດ້ຮ່ວມສະແດງ ພ້ອມກັບຮ່ວມຮ້ອງເພງ ກັບ The Weeknd ແລະ Lily-Rose Depp.

ໂດຍ One Of The Girls ໄດ້ປ່ອຍອອກມາເມື່ອປີ 2023 ໄດ້ມີຍອດຄົນເຂົ້າຟັງຫຼາຍກວ່າ 1 ພັນລ້ານຄັ້ງພາຍໃນເວລາ 376 ມື້ ສົ່ງຜົນໃຫ້ສາວ JENNIE ກາຍເປັນສິລະປິນຍິງ K-POP ທີ່ມີຍອດສະຕຣີມ 1 ພັນລ້ານຄັ້ງໄວທີ່ສຸດໃນ Spotify ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/