ເບິ່ງຄືວ່າໃນປີທີ່ຜ່ານມາ ຜົນປະກອບການລາຍໄດ້ຂອງຫຼາຍໆບໍລິສັດແມ່ນຈະບໍ່ຄ່ອຍດີປານໃດ ແລະ ຫຼ້າສຸດນີ້ Intel ບໍລິສັດຜູ້ຜະລິດຊິບອັນດັບຕົ້ນໆຂອງໂລກກໍໄດ້ອອກມາລາຍງານເຖິງຜົນປະກອບການຂອງໄຕມາດທີ 4 ປະຈຳປີ 2022 ເຊິ່ງລາຍໄດ້ລວມຕາມບັນຊີ GAAP ຢູ່ທີ່ 14.042 ລ້ານໂດລາເຊິ່ງລົດລົງ 32% ເມື່ອທຽບກັບໄລຍະເວລາດຽວກັນໃນປີກ່ອນ ພ້ອມນັ້ນຍັງເຮັດໃຫ້ Intel ຂາດທຶນເຖິງ 661 ລ້ານໂດລາ.

ທາງດ້ານ Pat Gelsinger ຜູ້ບໍລິຫານຂອງ intel ໄດ້ອອກມາລະບຸວ່າ ບໍລິສັດຍັງດຳເນີນງານໄດ້ດີ ຕາມກົນລະຍຸດປ່ຽນຜ່ານໃນໄຕມາດທີ່ຜ່ານມາ ເຖິງແມ່ນວ່າໃນປີ 2023 ຈະຍັງມີຄວາມທ້າທາຍໄລຍະສັ້ນສຳລັບບໍລິສັດ ແຕ່ໃນຂະນະດຽວທາງບໍລິສັດກັນກໍເດີນໜ້າຕາມແຜນໄລຍະຍາວ ທີ່ຈະຍັງເປັນທັງຜູ້ນຳດ້ານຜະລິດຕະພັນ ລວມໄປຮອດຄວາມສາມາດຂອງການຜະລິດ.

ທັງນີ້ ລາຍໄດ້ຈາກກຸ່ມ Client Computing ເຊິ່ງລວມທັງສິນຄ້າ PC ລົດລົງ 36% ຄິດໄລ່ເປັນເງິນ 6.625 ລ້ານໂດລາ ໂດຍເປັນຜົນກະທົບມາຈາກລູກຄ້າກຸ່ມການສຶກສາ ແລະ ລູກຄ້າທົ່ວໄປທີ່ລົດຄຳສັ່ງຊື້ ສ່ວນກຸ່ມທຸລະກິດ Datacenter (ສູນຂໍ້ມູນ) ແລະ AL ລົດລົງ 33% ຄິດໄລ່ເປັນເງິນ 4.304 ລ້ານໂດລາ ເນື່ອງຈາກສະພາບການແຂ່ງຂັນສູງໃນຕະຫຼາດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/