Inside Out 2 ໄດ້ຄະແນນຈາກ Rotten Tomatoes ຮອດ 92% ສ່ວນຢູ່ລາວຍັງບໍ່ມີກຳນົດສາຍ


ຮູບເງົາອະນິເມຊັນຊື່ດັງຢ່າງ Inside Out ທີ່ເອີ້ນນ້ຳຕາໃຜຫຼາຍໆຄົນໄດ້ນັ້ນ ຫຼັງຈາກລໍຖ້າມາດົນນານຮອດ 9 ປີ ແລະ ໃນຕອນນີ້ໄດ້ອອກພາກຕໍ່ເປັນທີ່ຮຽບຮ້ອຍກັບ Inside Out 2 ທີ່ສາມາດກວາດຄຳວິຈານຈາກເວັບໄຊຊື່ດັງຢ່າງ ຈາກ Rotten Tomatoes ໄດ້ຮອດ 92% ອີກດ້ວຍ.

ໂດຍມີບົດສຳພາດທີ່ກ່າວວ່າ “ Inside Out 2 ເປັນໄຊຊະນະອັນສ້າງສັນ ແລະ ສະເທືອນອາລົມຂອງ Pixar ຢ່າງແທ້ຈິງ ບໍ່ແມ່ນແຕ່ເປັນໜຶ່ງໃນຮູບເງົາທີ່ດີທີ່ສຸດແຫ່ງປີເທົ່ານັ້ນ ແຕ່ຍັງເປັນຮູບເງົາອະນິເມຊັນທີ່ດີທີ່ສຸດເລື່ອງໜຶ່ງທີ່ເຄີຍມີມາອີກດ້ວຍ” – San Jose Mercury News.

ສຳລັບປະເທດລາວຕ້ອງມາລຸ້ນກັນວ່າຈະມີກຳນົດສາຍຫຼືບໍ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/