ການປ່ຽນແປງສະພາບພູມອາກາດໄດ້ແຜ່ຂະຫຍາຍຄວາມຮຸນແຮງໄປທົ່ວໂລກ ແລະ ນັບມື້ນັບຈະຍິ່ງໜັກຂຶ້ນເລື້ອຍໆ ເຊິ່ງໜຶ່ງໃນປັດໄຈທີ່ເຮັດໃຫ້ເກີດສະພາວະດັ່ງກ່າວຄືການເພີ່ມຂຶ້ນຂອງໂຮງງານອຸດສາຫະກຳໃນຊ່ວງຮ້ອຍປີທີ່ຜ່ານມາ, ເຮັດໃຫ້ປັດຈຸບັນ ບໍລິສັດອຸດສາຫະກຳຂະໜາດໃຫຍ່ຈຶ່ງເລີ່ມຄຳນຶງເຖິງການອະນຸລັກສິ່ງແວດລ້ອມ.
ໜຶ່ງໃນບໍລິສັດທີ່ຄຳນຶງເຖິງບັນຫາສິ່ງແວດລ້ອມນັ້ນຄືກຸ່ມອິງກາ (Ingka Group) ບໍລິສັດແມ່ຂອງອິເກຍ (IKEA) ຈາກປະເທດສະວີເດັນ ທີ່ເຮັດວຽກດ້ວຍວິໄສທັດຂອງການປົກປ້ອງສິ່ງແວດລ້ອມ ແລະ ຄວາມຍືນຍົງ.
ຫຼ້າສຸດ ອິເກຍໄດ້ຊື້ຜືນປ່າຈຳນວນ 43.87 ກິໂລຕາແມັດ ໃກ້ກັບແມ່ນຳ້ອັນທາມາຮາ ໃນລັດຈໍເຈຍ ປະເທດສະຫະລັດອາເມຣິກາ.

ການເຂົ້າຊື້ຜືນປ່າໃນລັດຈໍເຈຍນັ້ນບໍ່ແມ່ນຄັ້ງທຳອິດຂອງ Ingka Group ແຕ່ທາງບໍລິສັດໄດ້ຊື້ຜືນປ່າໃນຫຼາຍພື້ນທີ່ຂອງປະເທດແອັດໂຕເນຍ, ລັດເວຍ, ລິທົວເນຍ, ໂຣມາເນຍ ແລະ ໃນສະຫະລັດອາເມຣິກາບາງລັດ ໄດ້ແກ່ ອາລາບາມາ, ໂອຄລາໂຮມາ, ເຊົາແຄໂຣໄລນາ ແລະ ເທັກຊັດ ເຊິ່ງ Ingka Group ໄດ້ຊື້ຜືນປ່າໄປແລ້ວປະມານ 2,480 ກິໂລຕາແມັດ.
ເປົ້າໝາຍໃນການຊື້ຜືນປ່າຂອງ Ingka Group ນັ້ນກໍຄືການອະນຸລັກ ແລະ ປົກປ້ອງພື້ນທີ່ປ່າເຫຼົ່ານັ້ນບໍ່ໃຫ້ຖືກແບ່ງອອກເປັນຜືນນ້ອຍໆ ແລ້ວນຳໄປພັດທະນາເປັນໂຄງການອຸດສາຫະກຳ, ທີ່ພັກອາໄສ ຫຼື ເຂດທຸລະກິດ. ນອກເໜືອຈາກຄວາມພະຍາຍາມໃນການອະນຸລັກແລ້ວ Ingka Group ຍັງຕັ້ງໃຈທີ່ຈະລົດການປ່ອຍກ໊າສເຮືອນແກ້ວທັງໝົດໃຫ້ໜ້ອຍກວ່າທີ່ IKEA ປ່ອຍໃນປັດຈຸບັນພາຍໃນປີ 2030.

“ເຮົາເຊື່ອຢ່າງແຮງກ້າວ່າການຈັດການປ່າໄມ້ຢ່າງມີຄວາມຮັບຜິດຊອບນັ້ນເກີດຂຶ້ນໄດ້ແທ້ ແລະ ຄວາມຮັບຜິດຊອບສ່ວນໃຫຍ່ຂອງເຮົາທີ່ມີຕໍ່ຜືນດິນທີ່ເຮົາເປັນເຈົ້າຂອງຄືການຟື້ນຟູປ່າໄມ້ ແລະ ປູກພືດໃຫ້ຫຼາຍກວ່າທີ່ເຮົາໄດ້ໃຊ້ໄປຈາກໂລກໃບນີ້” ຄິດເຕີ ແມັດສັນ ຜູ້ບໍລິຫານຂອງ Ingka Group ກ່າວ.
“ສຳລັບອົງກອນຂອງເຮົາ ການອະນຸລັກສິ່ງແວດລ້ອມເປັນສິ່ງສຳຄັນ ການລົງທຶນຊື້ຜືນປ່າລັດຈໍເຈຍນັ້ນຊີ້ໃຫ້ເຫັນຄວາມສຳຄັນຂອງທຳມະຊາດ ແລະ ເປັນການສ້າງຄວາມໝັ້້ນໃຈວ່າຜືນປ່າຈະບໍ່ຖືກແບ່ງຂາຍໄປເຮັດຢ່າງອື່ນ” ຄິດເຕີ ແມັດສັນ ເສີມຕໍ່.

ພາບ: globalcitizen.com, people.com, zip.news, ikea.com
ຂອບໃຈຂໍ້ມູນຈາກ:
- https://edition.cnn.com/2021/01/31/us/ikea-forest-georgia-protect-trnd-scn/index.html
- https://www.globalcitizen.org/en/content/ikea-buys-georgia-forest-sustainability/
- https://mymodernmet.com/ikea-bought-forest-land-in-georgia/?fbclid=IwAR1J12xUrnGqaY5_UTRIeHQI82UKzAeSzChhkQuZ8exyNoebotux0FbYzOA