ເມື່ອບໍ່ດົນມານີ້ Huawei ໄດ້ນຳເອົາສະມາດໂຟນເຮືອທຸງເຊັ່ນ P60 Pro ແລະ Mate X3 ມາເປີດຕົວໃນຢູໂຣບ ເພື່ອເປັນການຕ້ອນຮັບຕະຫຼາດໃນລະດູຮ້ອນຢ່າງຈິງຈັງ. ຫຼ້າສຸດ Huawei ກໍາລັງກະກຽມເປີດຕົວແທັບເລັດລະດັບພຣີມຽມໃນ MatePad Series ພ້ອມກັບ Smartwatch ຮຸ່ນໃໝ່ທີ່ປະເທດຈີນໃນງານ Summer Project Launch Conference.
ນອກຈາກນີ້ ໃນງານຄາດວ່າຈະມີການເປີດຕົວຜະລິດຕະພັນອື່ນໆເຊັ່ນ: Huawei Watch 4 smartwatches, laptops Huawei Matebook E 2023 ເເລະ Huawei Matebook X Pro 2023 ເປັນຕົ້ນ, ເຊິ່ງຈະຈັດຂຶ້ນໃນວັນທີ 18 ເດືອນພຶດສະພາທີ່ກຳລັງຈະມາເຖິງນີ້.

ໃນປັດຈຸບັນ ແທັບເລັດດັ່ງກ່າວທີ່ເອີ້ນວ່າ MatePad Air, ເຊິ່ງໄດ້ຜ່ານມາດຕະຖານ ການຮອງຮັບສະເພາະ Wi-Fi 1 ຮຸ່ນ (ໝາຍເລກຮຸ່ນ DBY2-W00) ແລະ 4G LTE 2 ຮຸ່ນ (ໝາຍເລກຮຸ່ນ DBY2-AL00 ແລະ DBY2Z-AL00) ເປັນທີ່ຮຽບຮ້ອຍເເລ້ວ. ໂດຍຕົວອຸປະກອນຈະມາພ້ອມຊິບເຊັດ Qualcomm Snapdragon 888, ມີໜ້າຈໍ 10 ນິ້ວ, ເເບັດເຕີຣີ 8200mAh ແລະ ຮອງຮັບການສາກໄວ 40W.
ລາຄາຂາຍຂອງ MatePad 11 ຈະຢູ່ທີ່ປະມານ 2.200 ຢວນ ເເລະ MatePad Pro ຈະຢູ່ທີ່ປະມານ 3.500 ຢວນ.

ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/