ເມື່ອວັນອັງຄານ ທີ 15 ທັນວາ 2020 ທີ່ຜ່ານມາ HUAWEI ອອກມາຖະແຫຼງການວ່າບໍລິສັດໄດ້ເປີດຕົວໂຄງການຄວາມຮັບຜິດຊອບຕໍ່ສັງຄົມ (CSR) ຊື່ວ່າ “ເມັດພັນແຫ່ງອະນາຄົດ” ຫຼື “Seeds for the future” ຮຸ່ນທີ 5 ໃນສີລັງກາ ເຊິ່ງຈະໃຫ້ການຝຶກອົບຮົມແກ່ນັກສຶກສາທ້ອງຖິ່ນ.
ໃນການຖະແຫຼງການຂອງ HUAWEI ລະບຸວ່າ ນັກສຶກສາຊາວສີລັງກາ 16 ຄົນຈາກມະຫາວິທະຍາໄລ 10 ແຫ່ງໃນ 5 ແຂວງໄດ້ຮັບເລືອກໃຫ້ເຂົ້າຮັບການຝຶກອົບຮົມໃນອຸດສາຫະກຳເຕັກໂນໂລຊີສາລະສົນເທດ ແລະ ການສື່ສານ (ICT) ແລະ ໄດ້ຮຽນຮູ້ເຕັກໂນໂລຊີຫຼ້າສຸດຂອງ HUAWEI ໃນປະເທດຈີນຜ່ານປະສົບການໂດຍກົງ.
ໃນນີ້ ບໍລິສັດໄດ້ຈັດພິທີເປີດຕົວໂຄງການເປັນພິເສດໂດຍມີສາດສະດາຈານ G.L Peiris ລັດຖະມົນຕີວ່າການກະຊວງສຶກສາທິການ, ຊີເຈິ້ນຫົງ ເອກອັດຄະຣາຊະທູດປະຈຳສີລັງກາ ແລະ ຫຼຽງອີ້ CEO ຂອງ HUAWEI ປະຈຳປະເທດສີລັງກາມາເຂົ້າຮ່ວມ.
ສຈ. Peiris ກ່າວວ່າ “ເປັນທີ່ໜ້າຍ້ອງຍໍທີ່ບໍລິສັດດ້ານໄອຊີທີຄື HUAWEI ໄດ້ອອກມາອາສາພັດທະນາບຸກຄະລາກອນດ້ານໄອຊີທີໃນສີລັງກາ ແລະ ດຳເນີນໂຄງການເພື່ອພັດທະນາເຍົາວະຊົນຂອງເຮົາດ້ວຍເຕັກໂນໂລຊີໃໝ່ຫຼ້າສຸດຢ່າງຕໍ່ເນື່ອງ”.
CEO ຂອງ HUAWEI ກ່າວວ່າ “ບຸກຄະລາກອນຜູ່ມີຄວາມສາມາດເປັນຊັບພະຍາກອນທີ່ມີຄຸນຄ່າທີ່ສຸດສຳລັບການພັດທະນາທີ່ຍືນຍົງຂອງປະເທດ ຂະນະທີ່ທັກສະ Digital ເປັນສ່ວນສຳຄັນຢ່າງຍິ່ງຂອງກົນລະຍຸດການພັດທະນາປະເທດ, ບັນດາບໍລິສັດຈີນໃນຕ່າງປະເທດຈຶ່ງຄວນເຕີມເຕັມຄວາມຮັບຜິດຊອບຕໍ່ສັງຄົມ ດ້ວຍການຖ່າຍທອດຄວາມຮູ້ດ້ານໄອຊີທີ”.
ດ້ານ ຫຼຽງ ໃຫ້ຄຳໝັ້ນວ່າ ບໍລິສັດ ຈະເສີມສ້າງຄວາມຮ່ວມມືກັບບັນດາມະຫາວິທະຍາໄລໃນສີລັງກາ ແລະ ຊັກຊວນບັນດານັກສຶກສາໃຫ້ເຂົ້າຮ່ວມໂຄງການຝຶກອົບຮົມແບບນີ້ຫຼາຍຂຶ້ນ.
ໃນປີ 2016 HUAWEI ເປີດຕົວໂຄງການ “ເມັດພັນເພື່ອອະນາຄົດ” ຄັ້ງທຳອິດໃນສີລັງກາໂດຍມີນັກສຶກສາ 40 ຄົນທີ່ໄດ້ສໍາຜັດປະສົບການແທ້ໃນສຳນັກງານໃຫຍ່ຂອງ HUAWEI ເຊິ່ງຕັ້ງຢູ່ໃນນະຄອນເຊິນເຈິ້ນຂອງຈີນ.
ທີ່ມາ: https://liff.line.me/1454988218-NjbXbq18/v2/article/9GkqNg?utm_source=copyshare