Google Workspace ເປັນຊື່ໃໝ່ຂອງ G Suite ທີ່ທຸກຄົນອາດຈະໃຊ້ງານກັນຢູ່ ການປ່ຽນແປງຄັ້ງນີ້ເປັນຄືການຮວບຮວມເຄື່ອງມືສຳລັບການເຮັດວຽກໄວ້ແບບຄົບວົງຈອນ ບໍ່ພຽງແຕ່ເປັນອອຟຟິດທຳມະດາ ແລະ ຍັງມີລູກຫຼິ້ນໃໝ່ໆຫຼາຍຢ່າງໂດຍສະເພາະ Integrate ຕ່າງໆຂອງ Google ທີ່ສາມາດເຮັດວຽກຮ່ວມກັນໄດ້ຢ່າງລົງຕົວ ເຊິ່ງນອກຈາກຈະໃຫ້ບໍລິການຟຣີແລ້ວ ຫາກໃຜຕ້ອງການໃຊ້ງານຢ່າງມີປະສິດທິພາບສູງ ກໍມີຟີເຈີທີ່ສາມາດເສຍເງິນໄດ້ ເລີ່ມຕົ້ນພຽງ 9.99 ໂດລາສະຫະລັດຕໍ່ເດືອນເທົ່ານັ້ນ.

ສຳລັບສິ່ງທີ່ມາພອ້ມກັບການອັບເດດຄັ້ງນີ້ກໍມີ:
- Google Chat ເປີດໃຫ້ບໍລິການແລ້ວ
- ເປີດໃຫ້ຜູ້ໃຊ້ງານເລືອກໃຊ້ Encryption Key ຂອງຕົນເອງໄດ້.
- ແອັດມິນຂອງ Google Drive ສາມາດກຳນົດການແບ່ງປັນໄຟລ໌ພາຍໃນ ແລະ ນອກໄດ້ ລວມເຖິງສາມາດເປີດໃຊ້ຄວາມສາມາດຂອງ Phishing Protection ໄດ້ແລ້ວ.
ທີ່ມາ: shorturl.asia/nivBS
ພາບ: techtalkthai
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/