ເປັນອີກຄັ້ງໜຶ່ງທີ່ເທສະການດົນຕີທີ່ໃຫຍ່ທີ່ສຸດງານໜຶ່ງຂອງໂລກ ຢ່າງ Glastonbury Music Festival ຈາກສະຫະລາຊະອານາຈັກອັງກິດຕ້ອງພົບກັບຄວາມຜິດຫວັງ ເພາະຫຼັງຈາກທີ່ຖືກຍົກເລີກໄປແລ້ວເມື່ອປີ 2020 ເຊິ່ງຄົບຮອບ 50 ປີພໍດີ ແລະ ມາໃນປີນີ້ກໍຕ້ອງພົບກັບຊະຕາກຳເຊັ່ນເກົ່າເພາະຜົນກະທົບຂອງໂຄວິດ-19 ທີ່ຍອດຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດໃນສະຫະລັດ ແລະ ເອີຣົບຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ທາງຜູ້ຈັດງານ ໄມເຄິ ເອວິສ ແລະ ລູກສາວ ເອມິລີ ໄດ້ຖະແຫຼງວ່າ “ດ້ວຍຄວາມເສຍໃຈຢ່າງຍິ່ງ ເຮົາຕ້ອງປະກາດວ່າເຮົາບໍ່ສາມາດຈັດງານຂຶ້ນມາໄດ້ ພວກເຮົາຕ້ອງຂໍໂທດທີ່ເຮັດໃຫ້ທຸກຄົນຜິດຫວັງ”
ເຊິ່ງເມື່ອເດືອນທັນວາປີທີ່ຜ່ານມາ ເອມີລີໄດ້ໃຫ້ສຳພາດກັບທາງ BBC ວ່າຕົນເອງ ແລະ ທີມງານກຳລັງເຮັດທຸກວີທີທາງ, ທັງວາງແຜນ ແລະ ກຽມຕົວສຳລັບຫຼາຍໆສະຖານະການທີ່ອາດຈະເກີດຂຶ້ນ ໂດຍເອມິລີເຜີຍວ່າ “ແຕ່ຂ້ອຍຄິດວ່າເຮົາຍັງຫ່າງໄກຈາກການທີ່ຈະສາມາດຮັບປາກວ່າເຮົາໝັ້ນໃຈວ່າຈະໄດ້ຈັດງານໃນປີ 2021” ໂດຍທາງອົງກອນທີ່ຈັດງານກໍໄດ້ສູນເງິນໄປຫຼາຍລ້ານຈາກຜົນກະທົບຄັ້ງໃຫຍ່ນີ້.

ສຳລັບຄົນທີ່ຊື້ປີ້ຕັ້ງແຕ່ປີ 2019 ຜູ້ຈັດງານກໍຍັງສະເໜີໃຫ້ເກັບເປັນຄ່າມັດຈຳ ເພື່ອຮັບປະກັນສິດໃນການຊື້ບັດສຳລັບງານໃນປີ 2022, ເຊິ່ງກໍໄດ້ແຕ່ຫວັງວ່າສະຖານະການຈະດີຂຶ້ນແລະຄົນທົ່ວໂລກສາມາດເດີນທາງໄດ້.


ພາບ: Elle.com, Billboard, NME
ຂອບໃຈຂໍ່້ມູນຈາກ:
- https://www.usatoday.com/story/entertainment/music/2021/01/21/covid-19-forces-glastonbury-music-festival-cancel-second-year/4243127001/
- https://variety.com/…/glastonbury-2021-canceled-covid…/