Future Seeds ທະນາຄານພືດແຫ່ງໃໝ່ຂອງໂລກ ໄດ້ເປີດຕົວຢ່າງເປັນທາງການໃນກາງເດືອນມີນາທີ່ຜ່ານມາ ທີ່ປະເທດໂຄລອມເບຍ ເປັນທະນາຄານຢີນພືດ, ແຫຼ່ງເກັບຮັກສາ ແລະ ອະນຸລັກພັນພືດ ທີ່ຈະຍົກລະດັບຄວາມໝັ້ນຄົງຂອງລະບົບອາຫານທົ່ວໂລກ.

ຫຼັງຈາກທີ່ໄດ້ເປີດການໃຊ້ງານຢ່າງເປັນທາງການ ທະນາຄານພືດແຫ່ງນີ້ກໍໄດ້ກາຍເປັນບ່ອນອະນຸລັກພັນພືດໃນໄລຍະຍາວ ແລະ ເກັບກຳຕົວຢ່າງພັນຖົ່ວ, ມັນຕົ້ນ ແລະ ພືດເຂດຮ້ອນທີ່ໃຊ້ເປັນອາຫານສັດໄວ້ຫຼາຍທີ່ສຸດໃນໂລກ.

CGIAR ຫຼື Consultative Group for International Agricultural Research ໄດ້ອອກມາເວົ້າວ່າ ປັດຈຸບັນໂລກຳລັງມີຄວາມຕ້ອງການສະບຽງອາຫານເພີ່ມຂຶ້ນ ແລະ ພາວະໂລກຮ້ອນ ເຮັດໃຫ້ຜົນຜະລິດລົດລົງ ນັກວິໄຈເລີຍຕ້ອງຮີບດ່ວນເພາະພັນພືດທີ່ມີຄວາມທົນທານຕໍ່ສະພາບອາກາດ, ດັ່ງນັ້ນ ທະນາຄານແຫ່ງນີ້ຈຶ່ງມີຄວາມສຳຄັນຕໍ່ລະບົບສະບຽງອາຫານຂອງໂລກໃນປັດຈຸບັນ ແລະ ອະນາຄົດ. ທະນາຄານພືດແຫ່ງນີ້ ໄດ້ເກັບຮັກສາພັນຖົ່ວ 37,000 ຕົວຢ່າງ, ມັນຕົ້ນ 6,000 ຕົວຢ່າງ, ພືດເຂດຮ້ອນທີ່ສາມາດໃຊ້ເປັນອາຫານສັດອີກ 22,600 ຕົວຢ່າງ ຈາກທົ່ວໂລກ.

ພວກເຂົາໄດ້ໃຊ້ເທັກໂນໂລຢີຂັ້ນສູງທີ່ຊ່ວຍໃຫ້ນັກວິໄຈສາມາດວິເຄາະ ແລະ ປັບປຸງພັນພືດໄດ້ດີຂຶ້ນກວ່າເກົ່າ ເຊັ່ນ: ຫຸ່ນຍົນໂດຣນ, AI ຫຼື ປັນຍາປະດິດ. ຕົວອາຄານເອງກໍໄດ້ຖືກອອກແບບມາໃຫ້ມີພື້ນທີ່ເກັບເຄື່ອງຫຼາຍຂຶ້ນ 30%, ໃຊ້ພະລັງງານແສງຕາເວັນ, ມີລະບົບກັກເກັບນ້ຳຝົນ. ດ້ວຍຄວາມພ້ອມນີ້ ເຮັດໃຫ້ Future Seeds ອາດຈະເປັນທະນາຄານຢີນທຳອິດຂອງໂລກທີ່ໄດ້ຖືກຮອງຮັບໂດຍ LEED (Leadership in Energy and Environmental Design) ຫຼື ລະບົບອາຄານສີຂຽວ ປະເມີນມາດຕະຖານການປະຢັດພະລັງງານ ແລະ ເປັນມິດກັບສິ່ງແວດລ້ອມ ທີ່ກຳລັງຖືກນຳໃຊ້ທົ່ວໂລກ.

ຂອບໃຈຂໍ້ມູນຈາກ:
- https://cutt.ly/hD4nGzE
- https://cutt.ly/bD4nb2B
- https://th.wikipedia.org/wiki/%E0%B8%A5%E0%B8%B5%E0%B8%94
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/