ຖືວ່າເປັນສິ່ງທີ່ໂຊວອນທົ່ວທຸກມຸມໂລກຕັ້ງໜ້າຕັ້ງຕາລໍຖ້າກັບການກັບມາຂອງ Girl Group ລະດັບຕໍານານຢ່າງ Girls’ Generation ຫຼື SNSD ທີ່ໄດ້ປ່ອຍຜົນງານເພງໃໝ່ເມື່ອມື້ວານນີ້ (5 ສິງຫາ) ໂດຍມີຊື່ວ່າ FOREVER 1 ເຊິ່ງເປັນເພງທີ່ມີຄວາມໝາຍດີແລະຊຶ້ງກິນໃຈ. ໂດຍເພງນີ້ກໍເປັນເພງຫຼັກ ແລະ ມື່ຊື່ດຽວກັນກັບອາລະບ້ຳຊຸດທີ 7 ຂອງວົງທີ່ມີຊື່ວ່າ The 7th Album ‘FOREVER 1’.

ນອກຈາກການ Comeback ຂອງ Girls’ Generation ໃນວັນທີ 5 ສິງຫາທີ່ໄດ້ປ່ອຍຜົນງານເພງອອກມາສູ່ສາຍຕາແຟນເພງ, ໃນຂະນະດຽວກັນຍັງເປັນການສະຫຼອງອາຍຸວົງຄົບຮອບ 15 ປີ ແລະ ເປັນການກັບມາລວມຕົວກັນໃນຮອບ 5 ປີຂອງ 8 ສະມາຊິກອີກດ້ວຍ.
ສໍາລັບເພງ FOREVER 1 ເປັນຜົນງານເພງທີ່ Girls’ Generation ຕ້ອງການຢາກຈະຖ່າຍທອດຄວາມຮັກແລະຕອບແທນບັນດາໂຊວອນທີ່ໄດ້ມອບຄວາມຮັກໃຫ້ທັງ 8 ສາວມາຕະຫຼອດ 15 ປີ ແລະ ເພງນີ້ເປັນເພງຈັງຫວະ Pop-Dance ທີ່ມ່ວນ, ຟັງໄດ້ເລື້ອຍໆ ພ້ອມກັບມີເນື້ອຫາສໍາຄັນຄືວ່າຕ້ອງການສື່ເຖິງຄວາມຮັກ ແລະ ມັນກໍຍັງຄົງຢູ່ຕະຫຼອດໄປ.

ສາມາດເຂົ້າຟັງສຽງທີ່ຄຸ້ນເຄີຍແລະຊວນໃຫ້ຄິດຮອດສາວໆ Girls’ Generation ກັບເພງ FOREVER 1 ໄດ້ທີ່: https://cutt.ly/VZGJSU1
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment