ອີກພຽງບໍ່ເທົ່າໃດມື້ ກໍຈະມາຮອດແລ້ວກັບ ການແຂ່ງຂັນບານໂລກ 2022 ທີ່ປະເທດກາຕາ. ທີ່ກໍາລັງຈະເລີ່ມຕົ້ນໃນວັນທີ 20 ພະຈິກນີ້ ແລະ ເພື່ອເປັນການຕ້ອນຮັບລາຍການແຂ່ງຂັນທີ່ຍິ່ງໃຫຍ່ນີ້, FIFA23 ເກມບານເຕະ ທີ່ຖືວ່າເປັນການບານເຕະທີ່ໄດ້ຮັບຄວາມນິຍົມທົ່ວໂລກ ກໍໄດ້ເພີ່ມຮູບແບບການຫຼິ້ນເກມໃໝ່ທີ່ຈະນໍາທ່ານໄປສຳຜັດກັບບັນຍາກາດຂອງການແຂ່ງຂັນ ຜ່ານຕົວເກມໄດ້ກ່ອນການແຂ່ງຂັນແທ້ໆຈະເລີ່ມຕົ້ນຂຶ້ນ.

ໂດຍສຳລັບຮູບແບບໃໝ່ຂອງຕົວເກມນີ້ ຈະນຳສະເໜີປະສົບການການແຂ່ງຂັນແບບຕົວຈິງ ລວມທັງການເລີ່ມຕົ້ນລາຍການຈາກຮອບແບ່ງກຸ່ມ ຈົນເຖິງຮອບຊິງຊະນະເລີດ, ບັນຊີລາຍຊື່ຜູ້ຫຼິ້ນ, ຊຸດໃນການແຂ່ງຂັນ ສະໜາມກິລາທີ່ໃຊ້ໃນການແຂ່ງແທ້ ລວມໄປຮອດສຽງຂອງນັກພາກແທ້ໆໃນການແຂ່ງຂັນ.

ນອກຈາກນີ້ຜູ້ຫຼິ້ນຍັງຈະສາມາດເລືອກທີມທີ່ຍັງບໍ່ເຄີຍໄປຫຼິ້ນບານໂລກ ໄດ້ອີກ 50 ປະເທດ, ແຖມຍັງສາມາດຫຼິ້ນແບບອອນໄລນ໌ ໄດ້ອີກນຳ ແລະ ແນ່ນອນເມື່ອຫຼິ້ນແບບ ອອນໄລນ໌ ກໍໝາຍຄວາມວ່າຜູ້ຫຼິ້ນສາມາດຫຼິ້ນແບບ Ultimate Team ໄດ້ ຫຼື ທີມຂອງເຮົາເອງ ເຊິ່ງໃນການຫຼິ້ນແບບນີ້ ຜູ້ຫຼິ້ນຈະໄດ້ຂອງຂວັນເປັນໄອເທັມສຸດພິເສດເປັນຂອງຮາງວັນ.
ໂດຍໃນຮູບແບບການຫຼິ້ນໃໝ່ນີ້ ຈະຕັ້ງຊື່ວ່າ FIFA WORLD CUP 2022 ແລະ ຈະມີການເປີດໃຫ້ແຟນໆ ໄດ້ລອງຫຼິ້ນໃນວັນທີ 9 ພະຈິກ ທີ່ກຳລັງຈະຮອດນີ້. ສຳລັບໃຜທີ່ເປັນສາວົກຂອງເກມນີ້ ແລະ ກຳລັງລໍຄອຍທີ່ຈະສຳຜັດກັບບັນຍາກາດອັນໜ້າຕື່ນຕາຕື່ນໃຈຂອງ ບານໂລກ 2022 ກໍສາມາດໄປຊື້ມາຫຼິ້ນໄດ້ເລີຍ ໂດຍລາຄາຈະຢູ່ທີ່ປະມານ 59 ຫາ 69 ໂດລາ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/