ຄະນະກໍາມະການກຳນົດນະໂຍບາຍການເງິນ (FOMC) ຂອງລັດຖະບານກາງສະຫະລັດ (Fed) ໄດ້ຕັດສິນໃຈຮັກສາອັດຕາດອກເບ້ຍໄລຍະສັ້ນໄວ້ຢູ່ທີ່ 5.25-5.50% ໃນກອງປະຊຸມຂອງຕົນໃນມື້ນີ້. ໂດຍເນັ້ນໜັກວ່າຈະບໍ່ຫຼຸດອັດຕາດອກເບ້ຍຈົນກ່ວາຈະໝັ້ນໃຈວ່າສາມາດຄວບຄຸມ “ອັດຕາເງິນເຟີ້” ໃຫ້ຢູ່ໃນລະດັບເປົ້າໝາຍ +2% ໄດ້. ເຊິ່ງການຕັດສິນໃຈໃນຄັ້ງນີ້ໄດ້ສ້າງຄວາມກັງວົນໃຫ້ກັບນັກລົງທຶນໃນທົ່ວໂລກ ສົ່ງຜົນໃຫ້ຕະຫຼາດຫຼັກຊັບທົ່ວໂລກປັບຕົວຫຼຸດລົງ ແລະ ເງິນໂດລາແຂງຄ່າຂຶ້ນ.
ການປະກາດຮັກສາອັດຕາດອກເບ້ຍດັ່ງກ່າວ ໄດ້ເປັນໄປຕາມການຄາດການໄວ້ຂອງຕະຫຼາດ ແລະ ເປັນການຄົງອັດຕາດອກເບ້ຍໄວ້ຄັ້ງທີ 6 ຕິດຕໍ່ກັນ, ຫຼັງຈາກທີ່ Fed ປັບອັດຕາດອກເບ້ຍໄດ້ຂຶ້ນ 11 ຄັ້ງນັບແຕ່ການເລີ່ມຕົ້ນຂອງວົງຈອນການຂຶ້ນອັດຕາດອກເບ້ຍໃນເດືອນ 3/2022. ສົ່ງຜົນໃຫ້ Fed ປັບຂຶ້ນອັດຕາດອກເບ້ຍລວມ 5.25%.
ນອກຈາກນັ້ນ, Fed ໄດ້ປະກາດຊະລໍການໃຊ້ມາດຕະການປັບຫຼຸດວົງເງິນມາດຕະການ Quantitative Tightening (QT) ລົງໃນເດືອນມິຖຸນາຈາກ 60 ຕື້ໂດລາໃຫ້ເຫຼືອພຽງ 25 ຕື້ໂດລາ. ໃນຂະນະທີ່ຕາສານໜີ້ທີ່ມີສິນເຊື່ອທີ່ຢູ່ເປັນອາໄສເປັນຫຼັກຄໍ້າປະກັນ (MBS) ຈະຍັງຄົງລະດັບເກົ່າບໍ່ປ່ຽນແປງທີ່ 25 ຕື້ໂດລາຕໍ່ເດືອນ.
QT ແມ່ນເຄື່ອງມືທີ່ Fed ໃຊ້ເພື່ອຫຼຸດຜ່ອນປະລິມານເງິນໃນລະບົບ. ໂດຍ Fed ໄດ້ເລີ່ມໃຊ້ QT ໃນປີ 2022 ເພື່ອຕໍ່ສູ້ກັບອັດຕາເງິນເຟີ້. ດັ່ງນັ້ນ, ການປັບຫຼຸດລົງ QT ເປັນສັນຍານບອກວ່າ Fed ກໍາລັງເລີ່ມຕົ້ນທີ່ຈະຜ່ອນຄາຍນະໂຍບາຍການເງິນລົງເລັກນ້ອຍ.
ຢ່າງໃດກໍຕາມ, ນັກລົງທຶນຄວນຕິດຕາມສະຖານະການເສດຖະກິດ ແລະ ນະໂຍບາຍການເງິນຂອງ Fed ຢ່າງໃກ້ຊິດ. ເພື່ອທີ່ຈະບໍ່ພາດຂ່າວສານ ແລະ ຫຼຸດຜ່ອນຄວາມສ່ຽງໃນການລົງທຶນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/