
Facebook ປະກາດບໍລິຈາກເງິນ 1 ລ້ານປອນໃຫ້ Bletchley Park ພິພິຕະພັນດ້ານການຖອດລະຫັດຍຸກສົງຄາມໂລກຄັ້ງທີສອງ ແລະ ສະຖານທີ່ເຮັດວຽກຂອງ Alan Turing ເພື່ອໃຫ້ພິພິຕະພັນສາມາດດຳເນີນກິດຈະການຕໍ່ໄປໄດ້.
ປີນີ້ Bletchley Park ປະສົບບັນຫາຂາດທຶນຢ່າງໜັກໜ່ວງເພາະຄົນເຂົ້າມີຈຳນວນຫນ້ອຍລົງ ເນື່ອງຈາກສະຖານະການໂຄວິດ-19 ຈົນຕ້ອງຢຸດການຈ່າຍເງິນເດືອນ ແລະ ປົດພະນັກງານອອກບາງສ່ວນ.
Facebook ບອກວ່າ Bletchley Park ເປັນສະຖານທີ່ສໍາຄັນທາງປະຫວັດສາດຂອງວົງການຄອມພິວເຕີ ຈຶ່ງເຂົ້າມາຊ່ວຍສະໜັບສະໜູນເງິນໃຫ້ພິພິຕະພັນສາມາດເປິດຕໍ່ໄປໄດ້.
ທີ່ມາ: https://www.blognone.com/node/118986