ສິລະປະແນວ Expressionism ແມ່ນສິລະປະທີ່ພັນລະນາອາລົມຂອງສິລະປິນອອກມາເປັນຜົນງານທີ່ເບິ່ງເຫັນໃນຮູບແບບນາມມະທຳ ເຊັ່ນ: ການໃຊ້ສີທີ່ເຂັ້ມຈັດ, ຮູບຮ່າງທີ່ບິດບ້ຽວຈົນບໍ່ສາມາດເບິ່ງອອກໄດ້, ຄວາມເພີ້ຝັນເກີນຈິງ, ຄວາມຮຸນແຮງ ແລະ ຄວາມມືດມົວ.



ສິລະປິນທີ່ເດັ່ນໆຈາກສະໄຕລ໌ງານແນວນີ້ຈະມີ Vincent Van Gogh, Edvard Munch, James Ensor ແລະອື່ນໆ. ພວກເຂົາຕັ້ງໃຈທຳລາຍກົດຂອງການຂີດຂຽນທັງຫຼາຍເພື່ອທີ່ຈະສ້າງສັນຜົນງານອອກມາໃຫ້ໄດ້ໃກ້ຄຽງກັບຄວາມຄິດຕອນນັ້ນທີ່ສຸດ. ທັງການລະບາຍສີທີ່ມືຶດ ແລະ ຮູບຮ່າງທີ່ບໍ່ມີຂອບເຂດຈຳກັດ ເຮັດໃຫ້ຮູບສະໄຕລ໌ Expressionism ຖືກເບິ່ງໄປໃນທາງທີ່ຫົດຫູ່ເກີນຈະບັນຍາຍ.
ເຫດຜົນທີ່ຮູບພາບແນວ Expressionism ເປັນໄປທາງນີ້ນັ້ນ ຍ້ອນວ່າທີ່ປະເທດເຂດຢູໂຣບ ໂດຍສະເພາະທີ່ເຢຍລະມັນນັ້ນ ກຳລັງເຂົ້າສູ່ລະບົບອຸດສາຫະກຳຢ່າງເຕັມທີ່ ພ້ອມທັງກຳລັງເຂົ້າໃກ້ສົງຄາມໂລກຄັ້ງທີ 1. ນັກສິລະປິນຈຶ່ງເລືອກລະບາຍຮູບອອກມາໃຫ້ຜູ້ທີ່ເຫັນໄດ້ຮູ້ສຶກເຖິງຄວາມຫົດຫູ່ຜ່ານຄວາມບິດບ້ຽວຂອງຮູບແຕ້ມເຮືອນຊານບ້ານຊ່ອງດັ່ງລຸ່ມນີ້:

ຢ່າງໃດກໍຕາມ ກຸ່ມສິລະປິນແນວ Expressionism ແມ່ນສ່ວນໃຫຍ່ຮວມຕົວກັນທີ່ປະເທດເຢຍລະມັນ ໃນໄລຍະສົງຄາມໂລກທີ່ກຸ່ມນາຊີນັ້ນກຳລັງຍຶດຄອງປະເທດຢູ່ ແລະທາງ Hitler ບໍ່ຍອມຮັບງານແນວ Expressionism ວ່າເປັນສິລະປະ ພ້ອມທັງບອກວ່າຜົນງານແນວນີ້ຜິດກົດໝາຍ ແລະ ຈະຕ້ອງຖືກກຳຈັດໄປໃຫ້ໝົດ. ດ້ວຍເຫດນີ້, ການມີຕົວຕົນຢູ່ຂອງກຸ່ມສິລະປິນຈຶ່ງລຳບາກຂຶ້ນຕື່ມ ບາງຄົນເຖິງຂັ້ນຕ້ອງໜີອອກໄປຢູ່ຕ່າງປະເທດ ຫຼືໜີກັບໄປປະເທດຕົນເອງ. ຈົນຫຼັງຈາກສົງຄາມໂລກໄດ້ສິ້ນສຸດລົງ, ສິລະປະແນວ Expressionism ຈຶ່ງສາມາດກັບມາໄດ້.
ທີ່ມາ:
- https://www.dw.com/en/how-nazi-banned-expressionist-emil-nolde-re-envisioned-color/a-39827633
- https://www.britannica.com/art/Expressionism
- https://www.tate.org.uk/art/art-terms/e/expressionism
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/