ໃນໂລກປັດຈຸບັນ ອິນເຕີເນັດ ຖືເປັນເລື່ອງສຳຄັນ ແລະ ເປັນອີກສິ່ງໜຶ່ງທີ່ຫຼາຍໆຄົນບໍ່ສາມາດຂາດໄດ້ ໃນການໃຊ້ຊີວິດປະຈຳວັນ ເຊິ່ງໃນປັດຈຸບັນການຈະໃຊ້ອິນເຕີເນັດໄດ້ນັ້ນເຮົາຍັງຕ້ອງອາໄສສັນຍານ ຈາກເສົາສັນຍານທີ່ມາຈາກຜູ້ໃຫ້ບໍລິການ ເຊິ່ງມີອານາເຂດທີ່ຈຳກັດ ແລະ ອິນເຕີເນັດມັກຈະໃຊ້ບໍ່ໄດ້ເມື່ອເຮົາອອກຈາກເຂດສັນຍານດັ່ງກ່າວ.
ແຕ່ບັນຫາເຫຼົ່ານັ້ນຈະໝົດໄປ ເພາະຫຼ້າສຸດ Starlink, ຜູ້ໃຫ້ບໍລິການອິນເຕີເນັດດາວທຽມຂອງ Elon Musk, ໄດ້ກຽມທົດສອບການບໍລິການໃໝ່ ທີ່ອະນຸຍາດໃຫ້ຜູ້ໃຊ້ ສາມາດເຊື່ອມຕໍ່ອິນເຕີເນັດເກືອບທຸກບ່ອນໃນໂລກ ໂດຍເອີ້ນວ່າ “ບໍລິການໂຣມມິງທົ່ວໂລກ” ຫຼື Global Roaming Service” ເຊິ່ງຈະມີລາຄາຢູ່ທີ່ 200 ໂດລາສະຫະລັດ ຫຼື ປະມານ 3 ລ້ານກວ່າກີບ ຕໍ່ເດືອນ.

ແຕ່ບໍ່ຟ້າວດີໃຈ ສໍາລັບຜູ້ທີ່ບໍ່ເຄີຍໃຊ້ມັນ ຍັງຕ້ອງໄດ້ຊື້ຊຸດ Starlink Kit ຫຼື ອຸປະກອນຈານດາວທຽມຕ່າງໆໃນລາຄາ 599 ໂດລາ ຫຼື ປະມານ 8.386.000 ກີບ ເຊິ່ງຈານດາວທຽມນີ້ ຜູ້ໃຊ້ງານຕ້ອງພົກພາໄວ້ ເມື່ອເດີນທາງໄປປະເທດຕ່າງໆ.

ສໍາລັບການບໍລິການອິນເຕີເນັດດາວທຽມ Starlink ເປັນບໍລິການທີ່ໃຫ້ບໍລິການອິນເຕີເນັດຄວາມໄວສູງ, ອັດຕາການໜ່ວງຕ່ຳ, ແຕ່ບາງຄັ້ງການເຊື່ອມຕໍ່ອາດຈະບໍ່ມີຄວາມສະຖຽນ ຫຼື ອາດຈະບໍ່ມີສັນຍານຫຍັງເລີຍ ເຊິ່ງ Starlink ກ່າວວ່າເລື່ອງນີ້ກໍາລັງປັບປຸງ ແລະ ຈະດີຂຶ້ນຕາມເວລາ.
ກ່ຽວກັບການບໍລິການອິນເຕີເນັດໃນທຸກຂົງເຂດຂອງໂລກໃນຈຸດນີ້, ມັນບໍ່ຊັດເຈນວ່າ Starlink ຈະເຮັດຕາມທີ່ພວກເຂົາເວົ້າໄດ້ແທ້ ຫຼືບໍ່ ເນື່ອງຈາກວ່າບາງປະເທດຍັງລໍຖ້າການອະນຸມັດການບໍລິການຈາກລັດຖະບານ.

ໂດຍກ່ອນໜ້ານີ້ Starlink ໄດ້ເປີດຕົວບໍລິການທີ່ອະນຸຍາດໃຫ້ຜູ້ໃຊ້ງານໃນສະຫະລັດອາເມຣິກາ ສາມາດໃຊ້ອິນເຕີເນັດດາວທຽມໄດ້ທຸກພື້ນທີ່ໃນທະວີບ ເຊິ່ງລາຄາຕົກຢູ່ເດືອນລະ 135 ໂດລາ ຫຼື ປະມານ 2.264.220,00 ກີບ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/