ຮ້ອນແຮງຢ່າງຕໍ່ເນື່ອງ ກັບເຈົ້າຂອງ Twitter ຄົນໃໝ່ຢ່າງ Elon Musk ມະຫາເສດຖີຊາວອາເມຣິກາ. ເຊິ່ງໄລຍະນີ້ ຄົນທີ່ຫຼິ້ນ Social Media ເປັນປະຈຳ ຄືຊິບໍ່ມີໃຜບໍ່ຮູ້ຈັກລາວ ຫຼັງຈາກທີ່ລາວໄດ້ປະສົບຜົນສຳເລັດໃນການເຂົ້າຊື້ Twitter ໄດ້ສຳເລັດ ດ້ວຍມູນຄ່າ 4.65 ໝື່ນລ້ານໂດລາ.
ຫຼ້າສຸດ ຂໍ້ຄວາມຂອງລາວກາຍເປັນທີ່ເວົ້າເຖິງອີກເທື່ອໜຶ່ງ ເມື່ອລາວປະກາດວ່າ ຈະຊື້ບໍລິສັດ Coca-Cola (ບໍລິສັດຜະລິດນໍ້າອັດລົມ) ແລ້ວເອົາ ໂຄເຄນ ກັບມາໃສ່ໃນສ່ວນປະສົມ.

ເມື່ອຂໍ້ຄວາມນີ້ຖືກໂພສລົງໄປ ມັນກາຍເປັນທີ່ເວົ້າເຖິງທັນທີ. ບັນດາແຟນໆຂອງລາວກໍຕ່າງເຂົ້າມາສະແດງຄວາມຄິດເຫັນຢ່າງຫຼວງຫຼາຍ ສ່ວນຫຼາຍແມ່ນເຫັນດີນຳ. ເຊິ່ງໂພສດັ່ງກ່າວ ໄດ້ມີຍອດຣີທະວິດໄປແລ້ວຫຼາຍກວ່າ 4 ແສນເທື່ອ ພ້ອມກັບມີຍອດກົດຫົວໃຈໃຫ້ຫຼາຍເຖິງ 2.2 ລ້ານເທື່ອ.

ຢ່າງໃດກໍຕາມ ການທະວີດຄັ້ງນີ້ຂອງ Elon Musk ອາດເປັນພຽງການປັ່ນກະແສເທົ່ານັ້ນ ເນື່ອງຈາກໃນປັດຈຸບັນ ໂຄເຄນ ຖືເປັນສານເສບຕິດ ທີ່ຜິດກົດໝາຍໃນອາເມຣິກາ ແລະ ຖືກຕໍ່ຕ້ານຈາກຄົນທົ່ວໂລກ.

ໃນປີ 1894 Coca-Cola ເຄີຍຜະລິດນໍ້າອັດລົມທີ່ມີສ່ວນປະສົມຂອງໂຄເຄນຢູ່ນຳແທ້ ໂດຍປະສົມລົງໄປ 3.5 ກຣາມ ເຊິ່ງສະໄໝກ່ອນ ໃນອາເມຣິກາ ໂຄເຄນ ຍັງບໍ່ຖືເປັນສິ່ງທີ່ຜິດກົດໝາຍ ເພາະມີສັບພະຄຸນທາງການແພດຮອບດ້ານ. ແຕ່ມາໃນປີ 1903 ໄດ້ມີການເສບຕິດໂຄເຄນກັນຫຼາຍຂຶ້ນ ແລະ ເລີ່ມມີຜູ້ຊ່ຽວຊານເຫັນເຖິງຜົນຮ້າຍຂອງໂຄເຄນຫຼາຍຂຶ້ນ.ຈຶ່ງເຮັດໃຫ້ Coca-Cola ຕັດສິນໃຈນຳເອົາໂຄເຄນອອກຈາກເຄື່ອງດື່ມອັດລົມ ແບບ 100% ພ້ອມກັບປັບປຸງສູດ ຈົນກາຍມາເປັນນໍ້າໂຄກ ທີ່ເຮົາດື່ມໃນປັດຈຸບັນນີ້.

ປັດຈຸບັນ ບໍລິສັດ Coca-Cola ມີມູນຄ່າຢູ່ທີ່ 284,200 ລ້ານໂດລາ ເຊິ່ງຄິດເປັນ 6.5 ເທົ່າ ຂອງມູນຄ່າ Twitter ທີ່ Elon Musk ຊື້ມາ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/