El Salvador ປະກາດການເປີດຕົວ Bitcoin Mining pool ແຫ່ງທໍາອິດຢ່າງເປັນທາງການ. ໂດຍໄດ້ຮ່ວມມືກັບ Luxor Technology ພາຍໃຕ້ຊື່ຂອງໂຄງການ Volcano Energy.
ໂດຍໃນໂຄງການ Volcano Energy ນີ້ຈະມີພະລັງງານໝຸນວຽນເຊິ່ງມີມູນຄ່າຫຼາຍກວ່າ 1 ຕື້ໂດລາ ແລະ ທາງ Tether (USDT) ຜູ້ຜະລິດຫຼຽນ Stablecoin ກໍແມ່ນໜຶ່ງໃນຜູ້ລົງທຶນໃນການກໍ່ສ້າງໂຮງງານໄຟຟ້າເພີ່ມເຕີມໃຫ້ແກ່ໂຄງການນີ້ເພື່ອໃຊ້ຂຸດ Bitcoin ພາຍໃນປະເທດ.
ໂຄງການ Volcano Energy ໄດ້ໃຊ້ອາໄສປະສົບການຂອງ Luxor Technology ໃນການຈັດຫາຊັອບແວ ແລະ ການບໍລິການອື່ນໆໃນການຂຸດ Bitcoin. ໂຄງການນີ້ຍັງໃຊ້ Hashrate Forward Marketplace ຂອງ Luxor Technology ເພື່ອຫຼຸດຜ່ອນຄວາມຜັນຜວນຂອງຕະຫຼາດຜ່ານກົນລະຍຸດການບໍລິຫານຄວາມສ່ຽງແບບອັດຕະໂນມັດທີ່ໃຊ້ໂດຍຜູ້ໃຫ້ບໍລິການຂຸດ Bitcoin ລາຍໃຫຍ່ອື່ນໆ.

Gerson Martinez ຫົວໜ້າດ້ານກົນລະຍຸດຂອງ Volcano Energy ໄດ້ເປີດເຜີຍວ່າໂຄງການຕ້ອງການສືບຕໍ່ຜົນປະໂຫຍດຂອງການເປັນປະເທດທໍາອິດທີ່ຍອມຮັບ Bitcoin ເປັນສະກຸນເງິນທີ່ຖືກຕ້ອງຕາມກົດຫມາຍ.
“ວິໄສທັດຂອງພວກເຮົາແມ່ນການສ້າງບໍລິສັດພະລັງງານ ແລະ ການຂຸດ Bitcoin ທີ່ຈະສ້າງມູນຄ່າໃຫ້ກັບນັກລົງທຶນ ແລະ ພົນລະເມືອງທັງໝົດຂອງ El Salvador”
ສ່ວນທາງດ້ານຂອງ Ethan Vera ຫົວໜ້າຝ່າຍປະຕິບັດການຂອງ Luxor ກໍໄດ້ອອກມາກ່າວວ່າ “ການຈັດຕັ້ງໂຄງການ Volcano Energy ນັ້ນແມ່ນຈຸດເລີ່ມຕົ້ນໃນການຂຸດ Bitcoin ໃນທ້ອງຖິ່ນເພື່ອສະໜັບສະໜູນການກະຈາຍອຳນາດຂອງ Bitcoin ແລະ ລາຍໄດ້ 23% ຈາກໂຄງການກໍຈະນຳມາລົງທຶນໃນປະເທດອາເມຣິກາກາງ ເພື່ອທີ່ຈະສ້າງໂຄງສ້າງພື້ນຖານດ້ານພະລັງງານ ລວມທັງຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ແລະ ເຕັກໂນໂລຊີ”
ໂດຍໃນໄລຍະທຳອິດຂອງໂຄງການ Volcano Energy ຈະສ້າງໂຮງງານໄຟຟ້າ 241 ເມກາວັດ (MW) ໃນ Metapán, ເຊິ່ງຈະປະກອບມີພະລັງງານແສງຕາເວັນ 169 MW ແລະ ພະລັງງານລົມ 72 MW. ແລະໃນໄລຍະຍາວ ໂຄງການມີຈຸດປະສົງທີ່ຈະນໍາເອົາຄວາມຮ້ອນຈາກໃຕ້ດິນມາໃຊ້ເພື່ອຜະລິດພະລັງງານແທນ.
ການສ້າງໂຄງການນີ້ສະແດງໃຫ້ເຫັນສັກກະຍະພາບຂອງ El Salvador ທີ່ມີຊັບພະຍາກອນພະລັງງານທົດແທນທີ່ອຸດົມສົມບູນ ເພື່ອທີ່ຈະໃຊ້ເຂົ້າໃນການຂຸດ Bitcoin ໃຫ້ມີປະສິດທິພາບຍິ່ງຂຶ້ນ ເນື່ອງຈາກມັນສາມາດຜະລິດພະລັງງານໄດ້ນັ້ນເອງ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/