The Sims, ເກມຈໍາລອງການໃຊ້ຊີວິດທີ່ພັດທະນາໂດຍ Maxis ແລະ ຈັດຈຳໜ່າຍໂດຍ Electronic Arts, ຖືເປັນອີກໜຶ່ງເກມທີ່ປະສົບຜົນສໍາເລັດ ເຊິ່ງຫຼ້າສຸດກໍໄດ້ເປີດຕົວພາກໃໝ່ທີ່ມີຊື່ວ່າ “Project Rene”.
ເມື່ອວັນທີ 13 ກັນຍາທີ່ຜ່ານມາ, ທາງ VGC ໄດ້ອອກມາລາຍງານວ່າ Electronic Arts (EA) ຢືນຢັນວ່າເກມ Project Rene ຫຼື ເອີ້ນກັນໃນຊື່ The Sims 5 ຈະເປີດໃຫ້ຫຼິ້ນແບບຟຣີໆໂດຍບໍ່ເສຍລາຍເດືອນ ແລະ ພ້ອມເປີດໃຫ້ດາວໂຫຼດໃນທຸກແພລັດຟອມ
ໃນຂະນະນີ້ Project Rene ຫຼື The Sims 5 ກຳລັງຢູ່ໃນໄລຍະການພັດທະນາມາຕັ້ງແຕ່ເດືອນຕຸລາຂອງປີກາຍນີ້, ເຊິ່ງທາງ EA ນັ້ນຫວັງຢາກຈະສ້າງສັນສິ່ງໃໝ່ໆໃຫ້ກັບ The Sims. ໂດຍໃນຕົວເກມພາກໃໝ່ນີ້ຈະມີຟີເຈີຮອງຮັບທັງການຫຼິ້ນແບບຄົນດຽວ (Single Player) ແລະ ການຫຼິ້ນແບບຫຼາຍຄົນ (Multiplayer), ລວມທັງການສະໜັບສະໜູນການເຊື່ອມຕໍ່ເພື່ອຫຼິ້ນກັບອຸປະກອນອື່ນໆອີກດ້ວຍ.

Lyndsay Pearson ຮອງປະທານຝ່າຍສ້າງສັນຢູ່ສະຕູດິໂອ Maxis ໄດ້ກ່າວວ່າ “ພວກເຮົາຕັ້ງໃຈທີ່ຈະເຮັດໃຫ້ Project Rene ເປັນເກມທີ່ດາວໂຫຼດມາຫຼິ້ນໄດ້ຟຣີ ແລະ ບໍ່ມີການເກັບຄ່າລາຍເດືອນໃດໆທັງນັ້ນ ແລະ ທີ່ສຳຄັນອີກຢ່າງກໍຄືຜູ້ຫຼິ້ນສາມາດຫຼິ້ນຮ່ວມກັນນຳໝູ່ຫຼາຍຄົນແບບອອນລາຍໄດ້. ໂດຍທາງສະຕູດິໂອຂອງພວກເຮົານັ້ນຕ້ອງການໃຫ້ຜູ້ໃຊ້ສາມາດເຂົ້າໄປຫຼິ້ນຮ່ວມກັນນຳໝູ່ໃນແບບງ່າຍທີ່ສຸດ, ຈຶ່ງຢາກເປີດໂອກາດໃຫ້ທຸກຄົນໄດ້ລອງເຂົ້າໄປສຳຜັດຄວາມມ່ວນຊື່ນນີ້ດ້ວຍວິທີທີ່ເຂົ້າເຖິງໄດ້ງ່າຍ”
Lyndsay Pearson ກ່າວເສີມວ່າ “ພວກເຮົາຕ້ອງການທີ່ຈະສຸມໃສ່ການສ້າງບາງສິ່ງບາງຢ່າງໃຫ້ເຂັ້ມແຂງໃນໄລຍະເລີ່ມຕົ້ນກ່ອນ. ຕົວເກມອາດຈະບໍ່ມີຄອນເທັນທັງໝົດຄືກັບ The Sim 4 , ແຕ່ພວກເຮົາຈະສືບຕໍ່ປ່ອຍຄອນເທັນໃໝ່ໆມາເລື້ອຍໆສໍາລັບ Project Rene”
ເຖິງແມ່ນວ່າຈະເປີດຕົວພາກໃໝ່ ຄື Project Rene ແລ້ວ ແຕ່ທາງສະຕູດິໂອກໍຍັງບໍ່ຖິ້ມ The Sims 4 , ໂດຍທັງສອງຕົວເກມນັ້ນກໍຍັງຈະພັດທະນາຄວບຄູ່ກັນໄປຢ່າງຕໍ່ເນື່ອງ ເພາະສະນັ້ນສຳລັບໃຜທີ່ຍັງຫຼິ້ນ The Sims 4 ກໍຫາຍຫ່ວງໄປໄດ້ເລີຍ.
ໃນຕອນນີ້ Project Rene ຍັງຢູ່ໃນການພັດທະນາ, ສຳລັບໃຜທີ່ບໍ່ຢາກຖ້າກໍສາມາດໄປຫຼິ້ນ The Sim 4 ຖ້າໄດ້, ໃນຕອນນີ້ເປີດໃຫ້ຫຼິ້ນຟຣີແລ້ວ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/