ບົດລາຍງານ ການຄ້າ ເອເລັກໂຕຣນິກ ຢູ່ພາກພື້ນ ອາຊີ ຕາເວັນອອກ ສ່ຽງໃຕ້ ໂດຍ ອົງການ OpenGov Asia ປະກາດ ເມື່ອບໍ່ດົນມານີ້ວ່າ ສສ ຫວຽດນາມ ພວມພົ້ນເດັ່ນຂຶ້ນ ແມ່ນຕະຫຼາດ ການຄ້າ ເອເລັກໂຕຣນິກ ຫຼື E-Commerce ພັດທະນາ ໄວທີ່ສຸດຢູ່ ອາຊີ ຕາເວັນອອກ ສ່ຽງໃຕ້.

ອີງຕາມການລາຍງານຂອງ ວິທະຍຸແຫ່ງຊາດ ຫວຽດນາມ, ດ້ວຍການເຕີບໂຕ ຢ່າງແຮງ ຂອງຂົງເຂດ ການຄ້າ ເອເລັກໂຕຣນິກ, ມີວິສາຫະກິດ ຫວຽດນາມ ຫຼາຍແຫ່ງ ພວມລົງທຶນ ເຂົ້າໃນ ການພັດທະນາ ບັນດາຊ່ອງທາງ ຂາຍເຄື່ອງ ແບບທາງໄກ. ນີ້ໄດ້ຮັບຖືວ່າ ແມ່ນເໝາະສົມກັບ ຄວາມນິຍົມ, ວິທີການສຳຜັດ ກັບລູກຄ້າ ຢ່າງມີປະສິດທິຜົນ ແລະ ໄວກວ່າ.

ຫຼັງຈາກ ໃນ 4 ປີຜ່ານມາ, ຕະຫຼາດ E-Commerce ຫວຽດນາມ ມີລະດັບ ການເຕີບໂຕ ຢູ່ປົກກະຕິ ເຊິ່ງໄລ່ສະເລ່ຍ ໃນແຕ່ລະປີ ຢູ່ລະດັບສູງ ທີ່ສຸດໃນໂລກ ແຕ່ 16–30%.

ທ່ານ ປ.ອ ຫວໍຈີແທັງ, ນັກຊ່ຽວຊານ ດ້ານເສດຖະກິດ ຖືວ່າ: ການພັດທະນາ E-Commerce ມີຄວາມສາມາດ ບົ່ມຊ້ອນ ແລະ ແມ່ນໂອກາດ ທີ່ໃຫຍ່ຫຼວງ ທີ່ສຸດ. ບໍ່ແມ່ນບັງເອີນ ພວກເຮົາ ຖືການຫັນເປັນ ດີຈີຕອນ, ການພັດທະນາ ເສດຖະກິດ ດີຈີຕອນ ແມ່ນກາລະໂອກາດ ທີ່ດີສຳລັບ ສສ ຫວຽດນາມ ເຊິ່ງແມ່ນປະເທດ ມີການພັດທະນາ ທາງຫລັງ ອາດຈະພັດທະນາ  ເທົ່າທຽບ ກັນກັບ ຍຸກສະໄໝ, ກັບບັນດາ ປະເທດ.

ທີ່ມາ: VOV

https://vovworld.vn/en-US/news/vietnamese-enterprises-invest-in-ecommerce-development-1324285.vov