ຄວາມສະຫຼາດທາງດິຈິຕອນ ເປັນຜົນຈາກການສຶກສາ ແລະ ພັດທະນາຂອງ DQ Institute ສະຖາບັນທີ່ເກີດຈາກຄວາມຮ່ວມມືກັນຂອງພາກລັດ ແລະ ເອກະຊົນທົ່ວໂລກປະສານງານຮ່ວມກັບ World Economic Forum ທີ່ມີຄວາມຕັ້ງໃຈຢາກໃຫ້ເດັກນ້ອຍ-ໄວໜຸ່ມ ທຸກໆປະເທດໄດ້ຮັບການສຶກສາ ດ້ານທັກສະພົນລະເມືອງດິຈິຕອນທີ່ມີຄຸນະພາບ ແລະໃຊ້ຊີວິດໃນໂລກອອນລາຍໄດ້ຢ່າງປອດໄພ ດ້ວຍຄວາມກ້າວໜ້າຂອງເທັກໂນໂລຢີສະໄໝໃໝ່.

ຈາກຂໍ້ມູນສະຖິຕິການນຳໃຊ້ສື່ສັງຄົມອອນລາຍຂອງປະຊາກອນລາວ ແຕ່ປີ (2016-2021) ຈາກ www.statista.com ຈະເຫັນໄດ້ວ່າຈຳນວນຜູ້ໃຊ້ງານສື່ສັງຄົມອອນລາຍເພີ່ມຂຶ້ນທຸກປີ ແລະຈາກຂໍ້ມູນຂອງ UNFPA Laos ໄດ້ບອກໄວ້ວ່າ ເຄິ່ງໜຶ່ງຂອງປະຊາກອນລາວແມ່ນໄວໜຸ່ມທີ່ມີອາຍຸຕໍ່າກວ່າ 24 ປີ.
ເມື່ອໄວໜຸ່ມຍຸກໃໝ່ທີ່ນຳໃຊ້ສື່ສັງຄົມອອນລາຍໃນບ້ານເຮົາກຳລັງກ້າວເຂົ້າສູ່ການເປັນພົນລະເມືອງດິຈິຕອນຢ່າງເຕັມຕົວ (Digital Citizenship) ຈຶ່ງຕ້ອງຄຳນຶງເຖິງໂອກາດ ແລະ ຄວາມສ່ຽງໃນໂລກດິຈິຕອນ, ເຂົ້າໃຈເຖິງສິດ ແລະຄວາມຮັບຜິດຊອບໃນໂລກອອນລາຍ, ຮຽນຮູ້ທີ່ຈະນຳໃຊ້ເທັກໂນໂລຢີຢ່າງສະຫຼາດ ແລະປອດໄພ ດ້ວຍການເພີ່ມທັກສະ DQ ຫຼື Digital Intelligence Quotient ເພາະຄວາມສະຫຼາດທາງດິຈິຕອນເປັນສິ່ງທີ່ໄວໜຸ່ມຍຸກໃໝ່ຄວນຈະມີ.

ຄວາມສະຫຼາດທາງອາລົມ ຄືຫົນທາງໃນການພັດທະນາຕົນເອງໃຫ້ມີຄວາມເປັນພົນລະເມືອງດິຈິຕອນທີ່ດີ ໂດຍຈະຕ້ອງພັດທະນາທັກສະທີ່ຈຳເປັນ 8 ປະການດັ່ງນີ້:
- ທັກສະການຮັກສາຕົວຕົນທີ່ດີຂອງຕົນເອງ (Digital Citizen Identity)
ຄືຄວາມສາມາດໃນການສ້າງສົມດຸນ, ບໍລິຫານຈັດການ ແລະຮັກສາຕົວຕົນທີ່ດີຂອງຕົນເອງໄວ້ໃຫ້ໄດ້ທັງໃນໂລກອອນລາຍ ແລະ ໂລກຄວາມຈິງ, ຕົວຕົນທີ່ດີຄືການທີ່ຜູ້ໃຊ້ສື່ດິຈິຕອນສ້າງພາບລັກໃນໂລກອອນລາຍຂອງຕົນເອງໃນທາງບວກ, ທັງຄວາມຄິດຄວາມຮູ້ສຶກ ແລະ ການກະທຳ ໂດຍມີວິຈາລະນະຍານໃນການຮັບຂ່າວສານແລະສະແດງຄວາມຄິດເຫັນ, ຮູ້ຈັກຮັບຜິດຊອບຕໍ່ການກະທຳຂອງຕົວເອງໃນໂລກອອນລາຍເຊັ່ນ: ການລະເມີດສິດ ຫຼືເຮັດຜິດກົດໝາຍໃນໂລກອອນລາຍ, ການໃຊ້ວາຈາທີ່ສ້າງຄວາມກຽດຊັງຜູ້ອື່ນທາງອອນລາຍ.
- ທັກສະໃນການຮັກສາຂໍ້ມູນສ່ວນຕົວ (Privacy Management)
ເນື່ອງຈາກການໃຊ້ວິດທີ່ຄຽງຄູ່ກັບໂລກອອນລາຍເກືອບຕະຫຼອດເວລາ ການຮັກສາຂໍ້ມູນສ່ວນຕົວຈຶ່ງເປັນເລື່ອງສຳຄັນ ກ່ອນອື່ນໝົດຕ້ອງເຂົ້າໃຈສິດໃນການປົກປ້ອງຂໍ້ມູນຄວາມເປັນສ່ວນຕົວຂອງຕົນເອງ ແລະຄົນອື່ນ, ຮັບຮູ້ໃນຄວາມເທົ່າທຽມທາງດິຈິຕອນ, ຮູ້ວ່າຂໍ້ມູນໃດຄວນເຜີຍແຜ່ແລະ ຂໍ້ມູນໃດບໍ່ຄວນເຜີຍແຜ່.
- ທັກສະໃນການຄິດວິເຄາະມີວິຈາລະນະຍານທີ່ດີ (Critical Thinking)
ການຄິດວິເຄາະເປັນທັກສະທີ່ສຳຄັນ ເພາະໃນໂລກອອນລາຍມີຂໍ້ມູນຂ່າວສານຢູ່ຢ່າງຫຼວງຫຼາຍທີ່ຈຳເປັນຕ້ອງໄດ້ຮັບການວິເຄາະຢ່າງຖີ່ຖ້ວນວ່າເປັນຂໍ້ມູນທີ່ຖືກຕ້ອງຫຼືບໍ່, ພ້ອມທັງສາມາດແຍກແຍະຂໍ້ມູນທີ່ເປັນປະໂຫຍດອອກຈາກຂໍ້ມູນທີ່ເປັນອັນຕະລາຍ ແລະຮູ້ເທົ່າທັນຊຸດຂໍ້ມູນຕ່າງໆທີ່ບໍ່ດີ (ຄິດກ່ອນແຊຣ໌ ຄິດໃຫ້ແນ່ກ່ອນກົດ) ເພື່ອບໍ່ໃຫ້ຕົນເອງຕົກເປັນເຫຍື່ອຂອງໂຄສະນາຊວນເຊື່ອຈາກກຸ່ມຄົນບໍ່ຫວັງດີໄດ້.
- ທັກສະໃນການຈັດການເວລາຢູ່ໜ້າຈໍ (Screen Time Management)
ມີທັກສະໃນການບໍລິຫານເວລາກັບການໃຊ້ອຸປະກອນເທັກໂນໂລຢີໄດ້ຢ່າງມີປະສິດທິພາບ, ມີຄວາມສາມາດໃນການຄວບຄຸມຕົນເອງເພື່ອໃຫ້ເກີດຄວາມສົມດຸນລະຫວ່າງໂລກອອນລາຍແລະໂລກຊີວິດຈິງ ພ້ອມຄຳນຶງເຖິງອັນຕະລາຍ ແລະຜົນເສຍຂອງສຸຂະພາບຈາກການໃຊ້ເວລາຢູ່ໜ້າຈໍດົນເກີນໄປ.
- ທັກສະໃນການຮັບມືກັບການຄຸກຄາມທາງໂລກອອນລາຍ (Cyberbullying Management)
ການຈັດການກັບໄພຄຸກຄາມທີ່ຫຼາກຫຼາຍໃນໂລກອອນລາຍ ເປັນຄວາມສາມາດໃນການປ້ອງກັນຕົນເອງ, ມີພູມຕ້ານທານໃນການຮັບມື ແລະຈັດການກັບສະຖານະການ, ພຶດຕິກຳທີ່ກໍ່ໃຫ້ເກີດຄວາມຮຸນແຮງທາງອອນລາຍ ແລະການຄຸກຄາມທາງເພດຜ່ານສື່ອອນລາຍໄດ້ຢ່າງມີສະຕິ.
- ທັກສະໃນການບໍລິຫານຈັດການຂໍ້ມູນຂອງຜູ້ໃຊ້ງານໃນໂລກອອນລາຍ (Digital Footprints)
ເປັນຄວາມສາມາດໃນການເຂົ້າໃຈທຳມະຊາດຂອງການໃຊ້ຊີວິດໃນໂລກດິຈິຕອນວ່າ ຂໍ້ມູນທີ່ຖືກອັບໂຫຼດລົງສູ່ໂລກອິນເຕີເນັດຈະຍັງມີຮ່ອງຮອຍທາງດິຈິຕອນຖິ້ມໄວ້ສະເໝີເຊັ່ນ: ການລົງທະບຽນ, ອີເມວ, ການໂພສຂໍ້ຄວາມ ຫຼື ຮູບພາບ, ໄຟລ໌ວຽກຕ່າງໆ ເມື່ອສິ່ງເຫຼົ່ານີ້ຖືກສົ່ງເຂົ້າໂລກອິນເຕີເນັດແລ້ວ ມັນຈະຖິ້ມຮ່ອງຮອຍຂໍ້ມູນສ່ວນຕົວຂອງຜູ້ໃຊ້ງານໄວ້ໃຫ້ຜູ້ອື່ນສາມາດຕິດຕາມໄດ້ ແລະຈະເປັນຂໍ້ມູນທີ່ລະບຸຕົວບຸກຄົນໄດ້ຢ່າງງ່າຍດາຍ.
- ທັກສະໃນການຮັກສາຄວາມປອດໄພຂອງຕົນເອງໃນໂລກອອນລາຍ (Cyber security Management)
ເປັນຄວາມສາມາດໃນການປ້ອງກັນ ແລະຮູ້ຮັກສາຄວາມປອດໄພຂອງຂໍ້ມູນໃນລະບົບເຄືອຂ່າຍ, ປ້ອງກັນຂໍ້ມູນດ້ວຍການສ້າງລະບົບຄວາມປອດໄພທີ່ເຂັ້ມແຂງ ແລະປ້ອງກັນການຖືກໂຈມຕີທາງອອນລາຍໄດ້ເຊັ່ນ: ການປົກປ້ອງອຸປະກອນທີ່ຈັດເກັບຂໍ້ມູນສ່ວນຕົວບໍ່ໃຫ້ເສຍຫາຍ ຫຼື ຖືກລັກຂໍ້ມູນຈາກກຸ່ມຄົນບໍ່ຫວັງດີ, ຮູ້ວ່າຄວນຈະອັບເດດລະຫັດຜ່ານໃໝ່ເມື່ອໃດ, ຖ້າຕ້ອງເຮັດທຸລະກຳການເງິນ ຫຼື ເຂົ້າສູ່ລະບົບສັງຄົມອອນລາຍແບບບັນຊີສ່ວນຕົວ ຫາກບໍ່ຈຳເປັນໃຫ້ຫຼີກເວັ້ນການນຳໃຊ້ຄອມພິວເຕີ ແລະ WIFI ສາທາລະນະ ເປັນຕົ້ນ.
- ທັກສະໃນການນຳໃຊ້ເທັກໂນໂລຢີຢ່າງມີຈັນຍາບັນ (Digital Empathy)
ຄວາມເຫັນໃຈ ແລະສ້າງຄວາມສຳພັນທີ່ດີກັບຜູ້ອື່ນທາງອອນລາຍ ເປັນຄວາມສາມາດໃນການເຂົ້າໃຈຜູ້ອື່ນ, ການສະແດງຄວາມເຫັນໃຈ ແລະ ມີນ້ຳໃຈຕໍ່ຜູ້ອື່ນໃນໂລກດິຈິຕອນໄດ້ຢ່າງເໝາະສົມ, ບໍ່ດ່ວນຕັດສິນຜູ້ອື່ນຈາກຂໍ້ມູນອອນລາຍແຕ່ພຽງຢ່າງດຽວ ແລະຈະເປັນກະບອກສຽງໃຫ້ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອໃນໂລກອອນລາຍ.
ຈະເຫັນວ່າຄວາມສະຫຼາດທາງດິຈິຕອນເປັນທັກສະທີ່ສຳຄັນສຳລັບນັກຮຽນ, ນັກສຶກສາ ແລະບຸກຄົນທົ່ວໄປໃນການສື່ສານໃນໂລກອອນລາຍ ຫາກບຸກຄົນໃດມີທັກສະແລະຄວາມສາມາດທັງ 8 ປະການທີ່ກ່າວມານີ້ຈະເຮັດໃຫ້ບຸກຄົນນັ້ນມີຄວາມສາມາດໃນການນຳໃຊ້ອິນເຕີເນັດໃນການບໍລິຫານຈັດການ-ຄວບຄຸມໂລກອອນລາຍ ແລະ ໂລກຄວາມຈິງໄດ້ຢ່າງສົມດຸນ, ຮູ້ຜິດຮູ້ຖືກ ແລະ ຮູ້ເທົ່າທັນ ເຊິ່ງມັນເປັນພື້ນຖານໃນການນຳໃຊ້ເທັກໂນໂລຢີໃຫ້ເໝາະສົມ ຮຽນຮູ້ທີ່ຈະໃຊ້ເທັກໂນໂລຢີຢ່າງສະຫຼາດ ແລະປອດໄພ.
“ຄິດທຸກສິ່ງທີ່ໂພສ ຢ່າໂພສທຸກສິ່ງທີ່ຄິດ”
ຮຽບຮຽງໂດຍ: From The Moon.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/