ຄຳວ່າ: Doodle ມາຈາກພາສາເຢຍລະມັນມີຄວາມໝາຍວ່າ ໂງ່ ຫຼື ລຽບງ່າຍ. ແຕ່ຕໍ່ມາໄດ້ຕໍ່ຍອດເກີດມີຄຳວ່າ: Doodle Art ໝາຍເຖິງການແຕ້ມຮູບໄປເລື້ອຍໆຕາມອາລົມໂດຍບໍ່ໄດ້ໂຟກັດ ຫຼື ບໍ່ມີຈຸດປະສົງຊັດເຈນວ່າແຕ້ມຮູບຫຍັງກັນແທ້ ເຊື່ອວ່າທຸກຄົນອາດເຄີຍແຕ້ມສິລະປະ Doodle Art ມາກ່ອນເຊັ່ນກັນ.
ການແຕ້ມ Doodle ເປັນວິທີການແຕ້ມແບບງ່າຍໆ, ບໍ່ມີຖືກ ຫຼື ຜິດ, ສາມາດແຕ້ມໄດ້ທຸກບ່ອນ ແລະ ບໍ່ໄດ້ໃຊ້ອຸປະກອນຫຼາຍຢ່າງ ພຽງແຕ່ປ່ອຍສະໝອງຈາກຄວາມກັງວົນແລ້ວໃຊ້ມືວາດແຕ້ມຕາມອາລົມ ແລະ ຄວາມຮູ້ສຶກເຊັ່ນ: ແຕ້ມເປັນຮູບເສັ້ນຊື່, ເສັ້ນໂຄ້ງ, ສີ່ແຈ, ວົງມົນ ຫຼື ແຕ້ມຫຍັງກໍໄດ້ບໍ່ຈຳເປັນຕ້ອງງາມ ແລະ ສົມບູນແບບ.
ຜົນປະໂຫຍດຈາກວິທີການ Doodling
1.ພັດທະນາຄວາມຈຳ ແລະ ມີສະມາທິຫຼາຍຂຶ້ນ
ການຄົ້ນຄວ້າຕີພິມໃນວາລະສານ Applied Cognitive Psychology ໃນປີ 2009 ເປີດເຜີຍວ່າ ຄົນທີ່ແຕ້ມ Doodle Art ສາມາດຈື່ຈໍາຂໍ້ມູນໃນກອງປະຊຸມ ຫຼື ການຮຽນໄດ້ດີກວ່າຄົນທີ່ບໍ່ໄດ້ແຕ້ມ. ນອກນີ້, ການແຕ້ມ doodles ຄວບຄູ່ການເຮັດກິດຈະກໍາອື່ນໆໄດ້ພ້ອມກັນເຊັ່ນ: ການອ່ານປຶ້ມ, ການຟັງ… ຍັງເຮັດໃຫ້ສະໝອງຕ້ອງພະຍາຍາມໃຊ້ຄວາມສາມາດໃນການຮັບຮູ້ຫຼາຍຂຶ້ນ. ດັ່ງນັ້ນ, ມັນຈຶ່ງຊ່ວຍໃຫ້ເຮົາໂຟກັດ ແລະ ມີສະມາທິກັບສິ່ງທີ່ກຳລັງເຮັດໄປພ້ອມກັນ.

2.ຊ່ວຍຜ່ອນຄາຍ ແລະ ບັນເທົາຄວາມກົດດັນ
ຈາກການສຶກສາປີ 2016 ໂດຍ Girija Kaimal, Kendra Ray ແລະ Juan Muniz ກ່ຽວກັບສິລະປະບຳບັດ ເຊິ່ງມີກຸ່ມນັກສຶກສາ, ພະນັກງານ ແລະ ອາຈານມະຫາວິທະຍາໄລອາຍຸລະຫວ່າງ 18-59 ປີ ຈຳນວນ 39 ຄົນ ຜົນການຄົ້ນຄວ້າພົບວ່າ ພາຍຫຼັງໃຫ້ກຸ່ມຕົວຢ່າງເຮັດສິລະປະ ບໍ່ວ່າຈະເປັນສິລະປະທີ່ສະແດງໃຫ້ເຫັນເຖິງລັກສະນະຂອງວັດຖຸຕ່າງໆພົບເຫັນຢູ່ໃນທຳມະຊາດ (Representation Art) ຫຼື ສິລະປະແບບ Doodle Art ເຫັນວ່າຫຼາຍກວ່າ 75% ຂອງກຸ່ມຕົວຢ່າງມີລະດັບ ຮໍໂມນຄວາມກົດດັນ (cortisol) ໃນນໍ້າລາຍຫຼຸດລົງ.
3.ຊ່ວຍໃນການຄວບຄຸມອາລົມ
ປັດຈຸບັນ, ເຫັນວ່າຄົນສ່ວນຫຼາຍໃຊ້ສື່ອອນລາຍເກີນຄວາມຈຳເປັນຈົນກາຍເປັນພຶດຕິກຳເສບຕິດທີ່ສົ່ງຜົນເສຍຕໍ່ສຸຂະພາບຮ່າງກາຍ ແລະ ຈິດໃຈຂອງເຮົາໃນທີ່ສຸດ. ດັ່ງນັ້ນ, ບາງຄັ້ງເຮົາອາດຈະຮັບຮູ້ ແລະ ກາຍເປັນຄົນບໍ່ສາມາດຄວບຄຸມອາລົມຂອງຕົນເອງໄດ້.
ຈຶ່ງເກີດມີການຄົ້ນຄວ້າຈາກມະຫາວິທະຍາໄລ Drexel ໃນປີ 2017 ໄດ້ທົດສອບຜົນຂອງການອອກກໍາລັງກາຍສະໝອງ (Brain Activation) ໂດຍໃຊລັງສີອິນຟາເຣດໃນຂະນະກຸ່ມຕົວຢ່າງກໍາລັງເຮັດ 3 ກິດຈະກໍາເຊັ່ນ: ການທາສີ, ການແຕ້ມຮູບ doodles ແລະ ແຕ້ມຮູບດ້ວມມື. ສະແດງໃຫ້ເຫັນວ່າການແຕ້ມ doodles ສາມາດກະຕຸ້ນການເຮັດວຽກຂອງສະໝອງໄດ້ດີທີ່ສຸດ. ນອກຈາກນັ້ນ, ຂະບວນການສ້າງສັນສິລະປະສາມາດເພີ່ມການໄຫຼວຽນຂອງເລືອດໄປຍັງເປືອກສະໝອງສ່ວນໜ້າ (cortex prefrontal) ຊ່ວຍກະຕຸ້ນຄວາມຮູ້ສຶກທາງບວກໄດ້.

4.ເກີດຄວາມຄິດສ້າງສັນ
Doodle ຍັງເປັນເຄື່ອງມືທີ່ສ້າງສັນ ໃນການຈຸດປະກາຍໄອເດຍໃໝ່ໆ ໂດຍນັກຂຽນຫຼາຍທ່ານເຊັ່ນ: Alexander Pushkin ແລະ JK Rowling ກໍໃຊ້ວິທີນີ້ເພື່ອສ້າງແຮງບັນດານໃຈແກ່ຕົນເອງ. ນອກນີ້, Sunni Brown ຜູ້ຂຽນປຶ້ມ The Doodle Revolution ກ່າວອີກວ່າ: ການແຕ້ມ Doodle Art ຊ່ວຍໃຫ້ເຮົາປະມວນຜົນຂໍ້ມູນຜ່ານການກະຕຸ້ນສ່ວນຕ່າງໆຂອງສະໝອງຈົນນຳໄປສູ່ການພັດທະນາຄວາມຄິດໃໝ່ໆໄດ້.
ການແຕ້ມຮູບຂີດຂຽນໄປຕາມອາລົມບໍ່ໄດ້ໄຮ້ສາລະຢ່າງທີ່ຄິດ ເພາະມັນສົ່ງຜົນດີຕໍ່ກັບສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດຂອງຄົນເຮົາ. ຫາກໃຜກຳລັງຊອກຫາຕົວຊ່ວຍໃນການທ່ອງຈຳ, ສ້າງສະມາທິໃຫ້ທຸ່ນທ່ຽງ, ສະຫງົບອາລົມ, ຄົ້ນຫາຄວາມຄິດສ້າງສັນກໍຢ່າງລືມເອົາວິທີການແຕ້ມ Doodle Art ໄປໃຊ້ລອງເບິ່ງເດີ.
ອ້າງອີງຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/