ຫຼັງຈາກທີ່ Demon Slayer Season 3 ພາກບ້ານນັກຕີດາບ ໄດ້ຈົບລົງໃນວັນອາທິດທີ່ຜ່ານມາ ໂດຍມີທັງໝົດ 11 ຕອນ ເເລະ ໃນຕອນທີ 11 ຈະມີຄວາມຍາວຫຼາຍກວ່າ 70 ນາທີ ຖືວ່າເບິ່ງກັນເເບບເຕັມອີ່ມເລີຍ
ເພື່ອບໍ່ຢາກໃຫ້ເເຟນໆຂອງດາບພິຄາດອະສູນລໍຖ້າດົນ, ກໍໄດ້ປະກາດກຽມສ້າງພາກຕໍ່ຂອງ Demon Slayer ພາກ “ການສັ່ງສອນຂອງເສົາຫຼັກ” ອອກມາຢ່າງເປັນທາງການຜ່ານ Twitter ຫຼັກຂອງ Demon Slayer , ພ້ອມກັບປ່ອຍຄຣິບວິດີໂອຕົວຢ່າງ ເເລະ ໂພສເຕີງາມໆຂອງເສົາຫຼັກອອກມາອີກດ້ວຍ.


ສຳລັບໃຜທີ່ຢາກຈະເບິ່ງ Kimetsu no Yaiba ຫຼື ດາບພິຄາດອະສູນທັງ 3 season ຄືນນັ້ນ, ກໍສາມາດຮັບຊົມໄດ້ທີ່ iQIYI, Bilibili , WeTV , Viu ເເລະ Netflix ໄດ້. ສ່ວນພາກ “ການສັ່ງສອນຂອງເສົາຫຼັກ” ນັ້ນຍັງບໍ່ທັນມີລາຍລະອຽດຫຍັງເພີ່ມເຕີມ, ພວກເຮົາຕ້ອງຕິດຕາມ ເເລະ ລໍຖ້າການປະກາດອີກເທື່ອ
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/