ໃນວັນທີ 11 ທີ່ຜ່ານມາ ຫຼັງຈາກທີ່ DC Comics ປະກາດວ່າ Superman ຄົນໃໝ່ມີຣົດສະນິຍົມທາງເພດເປັນ Bisexual ກໍໄດ້ສ້າງຄວາມຮືຮາໃຫ້ແຟນໆໄປທົ່ວໂລກ ແລະ ໄດ້ຮັບກະແສຕອບກັບຈາກແຟນຄລັບໄປໃນທາງທີ່ດີ.
ເພາະຫຼາຍຄົນບອກວ່ານີ້ຄືຄວາມກ້າຫານທີ່ຈະສະເໜີ Superhero ໃນຮູບແບບໃໝ່.
ສຳລັບເລື່ອງລາວຂອງ Superman ຄົນໃໝ່ນີ້ຈະຖືກຕີພິມໃນ Comics “Superman: Son of Kal-El” ສະບັບທີ 5 ເຊິ່ງເນື້ອໃນຫຼັກແມ່ນຈະເປັນເລື່ອງລາວລູກຊາຍຂອງ Clark Kent ແລະ Lois Lane ຊື່ວ່າ Jon Kent ທີ່ໄດ້ມີຄວາມສໍາພັນແບບເພດດຽວກັນ ກັບໝູ່ຂອງລາວຊື່ວ່າ Jay Nakamura.

ຫຼ້າສຸດ Dean Cain ຜູ້ທີ່ເຄີຍສະແດງເປັນ Superman ໃນ ຊີຣີ້ “Lois & Clark: The New Adventures of Superman” ທີ່ອອກອາກາດທາງໂທລະພາບໃນປີ 1990 ກໍໄດ້ອອກມາສະແດງຄວາມຄິດເຫັນກັບ Superman ຄົນໃໝ່ນີ້ວ່າ:
“ພວກເຂົາບອກວ່າສິ່ງນີ້ຄືຄວາມກ້າຫານໃນແນວທາງໃໝ່ ແຕ່ຂ້ອຍຂໍບອກວ່ານີ້ເປັນພຽງການເຮັດຕາມຂະບວນກະແສ”
“ຂ້ອຍບໍ່ຄິດວ່ານີ້ແມ່ນຄວາມກ້າຫານ ຫຼື ເປັນແນວທາງທີ່ແປກໃໝ່” Dean Cain ໄດ້ກ່າວ.
ນອກຈາກນີ້ Dean Cain ຍັງບອກອີກວ່າ “ຖ້າພວກເຂົາເຮັດສິ່ງນີ້ເມື່ອ 20 ປີກ່ອນ ບາງເທື່ອນັ້ນອາດຈະເປັນຄວາມອາດຫານ ຫຼື ກ້າຫານ. ແຕ່ຄວາມກ້າຫານໃນປັດຈຸບັນນີ້ແມ່ນຕ້ອງໃຫ້ໄປຕໍ່ສູ້ເພື່ອສິດທິຂອງຊາວ Gay ໃນ ອີຣ່ານ ບ່ອນທີ່ພວກເຂົາຈະຖືກຈັບໂຍນລົງຈາກຕຶກໃນຂໍ້ຫາທີ່ພວກເຂົາເປັນ Gay”
ຂອບໃຈຂໍ້ມູນຈາກ: https://cnn.it/3FTmagv
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/