ເມື່ອນັກຮຽນອາຍຸ 15 ປີ Danielle Lei ຈາກລັດແຄລິຟໍເນຍ ສະຫະລັດອາເມລິກາຄົນນີ້ ຈະຕ້ອງໄດ້ຂາຍເຂົ້າໜົມຄຸກກີ້ເປັນປະຈຳທຸກປີ ເຊິ່ງລາວໄດ້ເລືອກສະຖານທີ່ຕັ້ງຮ້ານ ຢູ່ບໍລິເວນຮ້ານຂາຍກັນຊາໃນລັດຊານຟານຊິສໂກ ເພາະໄດ້ຮັບຄວາມສົນໃຈເປັນຈຳນວນຫຼາຍ ລາວຈົນສາມາດຂາຍໄດ້ 117 ກ່ອງໄດ້ພາຍໃນ 2 ຊົ່ວໂມງ, ເປັນເງິນຈຳນວນ 737 ໂດລາສະຫະລັດ ຫຼື ປະມານ 6,953,000 ກີບ.

ເຫດຜົນທີ່ Danielle Lei ຕ້ອງໄດ້ໄປຂາຍຂະໜົມຄຸກກີ້ ກໍຍ້ອນວ່າເປັນທຳນຽມຂອງເດັກນ້ອຍໃນຕ່າງປະເທດ ທີ່ເນດນາລີ ຫຼື ເດັກຍິງໃນໂຮງຮຽນຕ້ອງອອກໄປເຮັດກິດຈະກຳລະດົມທຶນ ເພື່ອຫາເງິນມາໃຊ້ໃນກິດຈະກຳຂອງນັກຮຽນຍິງເອງ ເຊິ່ງສາມາດເຮັດໄດ້ທັງ ຂາຍສິນຄ້າເລັກໆນ້ອຍໆ ເປັນຕົ້ນ.
ທີ່ມາ: https://board.postjung.com/1058508
ພາບ: REQnews, Rumah 2021
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/