ໃນວັນທີ 14 ພະຈິກທີ່ຜ່ານມາ, Crypto.com ກະດານເທຣດ crypto ຊື່ດັງສັນຊາດສິງກະໂປໄດ້ອອກມາເປີດເຜີຍວ່າ CRO DAX Middle East FZE ບໍລິສັດຍ່ອຍທີ່ຢູ່ໃນດູໄບໄດ້ຮັບໃບອະນຸຍາດຜູ້ໃຫ້ບໍລິການຊັບສິນສະເໝືອນຈິງ (VASP) ຈາກໜ່ວຍງານດູແລຄຸ້ມຄອງສິນຊັບສະເໝືອນຈິງ (VARA) ຂອງດູໄບຢ່າງເປັນທາງການແລ້ວ.
ໂດຍໃບອະນຸຍາດຈາກ VARA ຈະເຮັດໃຫ້ Crypto.com ສາມາດໃຫ້ບໍລິການສິນຊັບ crypto ຕ່າງໆເຊັ່ນ: ການຊື້ຂາຍ, ຕົວແທນຈໍາໜ່າຍ, ການຄຸ້ມຄອງ, ການລົງທຶນ, ລວມທັງການບໍລິການໃຫ້ກູ້ຢືມສິນຊັບ ແລະ ອື່ນໆ. ເຊິ່ງຄຸນສົມບັດທັງໝົດເຫຼົ່ານີ້ຜູ້ໃຊ້ສາມາດໃຊ້ຜ່ານ Crypto.com ຜ່ານເວັບໄຊ ຫຼື ຜ່ານແອັບພິເຄຊັນກໍໄດ້ເຊັ່ນກັນ.

Crypto.com ມີຈຸດປະສົງທີ່ຈະເປັນໜຶ່ງໃນເວັບເທຣດສິນຊັບສະເໝືອນຈິງທີ່ໄດ້ຮັບໃບອະນຸຍາດຈາກ VASP, ເຊິ່ງມັນກໍໄດ້ມີການສອດຄ່ອງກັບກົດລະບຽບສະເພາະຂອງ VARA ສຳລັບຊັບສິນສະເໝືອນຈິງທີ່ເປີດຕົວໃນເດືອນກຸມພາປີ 2023.
ຄວາມສໍາເລັດໃນຄັ້ງນີ້ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບໍລິສັດ ທີ່ຕ້ອງການຮັບປະກັນຄວາມສ່ຽງຕໍ່ລູກຄ້າ ແລະ ປະຕິບັດຕາມກອບກົດໝາຍຂອງ VARA. ໃນປັດຈຸບັນບໍລິສັດໄດ້ເຂົ້າສູ່ຂັ້ນຕອນສຸດທ້າຍແລ້ວ ກ່ອນຈະໄດ້ຮັບອະນຸຍາດໃຫ້ເປີດກະດານເທຣດພາຍໃນປະເທດ.
Kris Marszalek CEO ຂອງ Crypto.com ໄດ້ອອກມາສະແດງຄວາມຍິນດີຕໍ່ການອະນຸມັດນີ້, ເນື່ອງຈາກວ່າທາງບໍລິສັດຈະໄດ້ເປັນກະດານເທຣດ crypto ເຈົ້າທຳອິດທີ່ໄດ້ຮັບໃບອະນຸຍາດຜູ້ໃຫ້ບໍລິການສິນຊັບສະເໝືອນຈິງຈາກ VARA.
“ນີ້ຖືເປັນກຽດຢ່າງຍິ່ງທີ່ທາງບໍລິສັດໄດ້ຮັບໃບອະນຸຍາດຈາກ VARA ແລະ ຍັງເປັນການພິສູດເຖິງຄວາມມຸ່ງໝັ້ນຂອງບໍລິສັດຂອງພວກເຮົາຕໍ່ຄວາມປອດໄພ ແລະ ການປະຕິບັດຕາມກົດລະບຽບ. ປະເທດດູໄບນັ້ນຍັງຄົງສືບຕໍ່ສະແດງໃຫ້ເຫັນວ່າເປັນຕະຫຼາດຊັ້ນນໍາໃນການອອກແບບກົດລະບຽບທີ່ມີປະສິດທິພາບສໍາລັບສະກຸນເງິນດິຈິຕອນ ໃນຂະນະດຽວກັນກໍໄດ້ສະໜັບສະໜຸນ ແລະ ຮັບຮອງເອົານະວັດຕະກຳໃໝ່ໆອີກດ້ວຍ”
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/