Circle ໄດ້ຮັບໃບອະນຸຍາດ MiCA ເປັນເຈົ້າທໍາອິດ! ຊຸກຍູ້ USDC ແລະ EURC ຂຶ້ນເປັນ Stablecoin ຖືກກົດໝາຍໃນຢູໂຣບ


Jeremy Allaire ຜູ້ຮ່ວມກໍ່ຕັ້ງ ແລະ CEO ໃນປັດຈຸບັນຂອງ Circle, ໄດ້ອອກຖະແຫຼງການໃນວັນທີ 1 ເດືອນກໍລະກົດວ່າ ທາງບໍລິສັດໄດ້ປະສົບຜົນສໍາເລັດໃນການນໍາເອົາ Stablecoin ຄື USDC ແລະ EURC ເຂົ້າມາຢູ່ພາຍໃຕ້ກົດໝາຍຄຸ້ມຄອງດູແລຂອງຕະຫຼາດໃນຢູໂຣບ ຫຼື ຕະຫຼາດໃນ Crypto-Assets (MiCA). ເຊິ່ງມີສິດທິຜົນໂດຍທັນທີ, ເຮັດໃຫ້ Circle ເປັນເຈົ້າທໍາອິດທີ່ສາມາດນໍາເອົາໂຄງການເຂົ້າມາຢູ່ພາຍໃຕ້ການຊີ້ນໍາຂອງເອີຣົບ.

ນອກຈາກນີ້ຍັງໄດ້ລະບຸຕື່ມອີກວ່າ Circle ໄດ້ຕັດສິນໃຈເລືອກປະເທດຝຣັ່ງເປັນທີ່ຕັ້ງຂອງສໍານັກງານໃຫຍ່ໃນທະວີບຢູໂຣບ. ເນື່ອງຈາກທາງບໍລິສັດມີຄວາມສໍາພັນອັນດີກັບທາງໜ່ວຍງານ Prudential Supervision and Resolution Authority (ACPR) ແລະ ປະເທດຝຣັ່ງຍັງມີແນວໂນ້ມທີ່ຈະເປີດຮັບເອົາຊັບສິນດິຈິຕອນອີກດ້ວຍ.

ກ່ອນທີ່ຈະໄດ້ຮັບການອະນຸມັດຂອງ Circle, ຕະຫຼາດ crypto ຢູໂຣບມີຄວາມກັງວົນຫຼາຍກ່ຽວກັບ Stablecoin ຫຼາຍ, ເນື່ອງຈາກຍັງບໍ່ເຂົ້າໃຈກ່ຽວກັບສະກຸນເງິນ fiat ຫັນເປັນສະກຸນເງິນດິຈິຕອນໃນຢູໂຣບ, ເມື່ອກົດລະບຽບຂອງ MiCA ໄດ້ຖືກປະກາດອອກມາ ກໍໄດ້ມີບັນດາເວັບເທຣດໃນຢູໂຣບປະກາດວ່າພວກເຂົາຈະຖອດຖອນຫຼຽນ Stablecoin ອອກຈາກແພລັດຟອມຂອງພວກເຂົາ.

ຕົວຢ່າງເຊັ່ນ ໃນເດືອນມິຖຸນາເວັບເທຣດ Uphold ໄດ້ລົບລາຍຊື່ຫຼຽນ Tether, Dai, TrueUSD, Gemini dollar, Pax dollar, Frax Prtocol ເປັນຕົ້ນ ເຊັ່ນດຽວກັນກັບ Bitstamp ແລະ Binance ທີ່ໄດ້ເລັ່ງປັບຕົວເພື່ອຫຼີກເວັ້ນບັນຫາທີ່ອາດຈະເກີດຂື້ນ.

ການອະນຸມັດຂອງ Circle ຈາກ MiCA ຖືເປັນບາດກ້າວສຳຄັນສຳລັບ Stablecoin ທີ່ສະແດງໃຫ້ເຫັນວ່າ Stablecoin ມີຄວາມໜ້າເຊື່ອຖື, ປອດໄພ ແລະ ຖືກຕ້ອງຕາມກົດໝາຍ, ຜູ້ໃຊ້ສາມາດໄວ້ວາງໃຈ Stablecoin. ສິ່ງນີ້ຈະຊ່ວຍສົ່ງເສີມການຂະຫຍາຍຕົວຂອງຕະຫຼາດ Stablecoin ໃນຢູໂຣບ ແລະ ນໍາໄປສູ່ການຮັບຮອງເອົາ Stablecoin ຢ່າງກວ້າງຂວາງຫຼາຍຂຶ້ນໃນຖານະສິນຊັບດິຈິຕອນ.

ທີ່ມາ:

cointelegraph

cointelegraph2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/