
ຊາລີ ມໍແກນ ແຕ່ກ່ອນເປັນພຽງເດັກໄວໜຸ່ມທີ່ໄປເກັບບານໃນສະໜາມບານເຕະ ເປັນການຮັບຈ໊ອບເກັບບານໃຫ້ກັບສະໂມສອນໃດໜຶ່ງ, ໃນຂະນະມີການແຂ່ງບານ ບານນັ້ນໄດ້ໄຫຼໄປຫາ ຊາລີ ນັກເຕະຊື່ດັງຄົນໜຶ່ງໄດ້ໄປເອົາບານ ແຕ່ຊາລີ ກັບບໍ່ສົ່ງບານໃຫ້ ຈຶ່ງເຮັດໃຫ້ນັກເຕະໃຈຮ້າຍ ເລີຍໄປເຕະເອົາທ້ອງຂອງຊາລີ ໂດຍບໍ່ໄດ້ຕັ້ງໃຈ, ແຕ່ເລື່ອງນີ້ກາຍເປັນເລື່ອງໃຫຍ່ພໍສົມຄວນ ເພາະມີຄຣິບຫຼຸດໃນເຫດການຄັ້ງນີ້, ເມື່ອເປັນດັ່ງນັ້ນ ຄົນທີ່ຖືກໂຈມຕີກໍເປັນນັກເຕະຊື່ດັງຄົນນັ້ນ. ແຕ່ໃນທາງກົງກັນຂ້າມ ຊາລີ ກັບກາຍເປັນຄົນດັງທີ່ຜູ້ຄົນໃນສັງຄົມອອນລາຍພາກັນ ໃຫ້ກຳລັງໃຈ ແລະ ຍ້ອງຍໍເຖິງຄວາມໃຈເດັດຂອງລາວທີ່ບໍ່ຍອມສົ່ງບານໃຫ້ ພ້ອມກັບມີຜູ້ຕິດຕາມໃນທະວີດເຕີເປັນຈຳນວນຫຼວງຫຼາຍ. ນອກຈາກນີ້ກໍມີຄົນຈ້າງໃຫ້ເປັນພີເຊັນຫຼາກຫຼາຍຜະລິດຕະພັນ ຈົນເຮັດໃຫ້ຊາລີມີລາຍໄດ້ຢ່າງມະຫາສານ.

ຫຼັງຈາກນັ້ນ ຊາລີ ໄດ້ໄປອອກສື່ໃນປະເທດ ເພື່ອໃຫ້ສຳພາດກັບສື່ຊື່ດັງຕ່າງໆ ແຕ່ບໍ່ດົນພໍເທົ່າໃດຊື່ສຽງຂອງລາວກໍລົດໜ້ອຍຖອຍລົງໃນວົງການບານເຕະອັງກິດ ມີຜູ້ຍອດຕິດຕາມໃນໂຊຊ່ຽວຈາກ 1 ແສນເຫຼືອພຽງ 3 ໝື່ນ ແລະ ໃນຕອນນັ້ນກໍບໍ່ເຫັນຊາລີປາກົດໂຕໃນໂລອອນລາຍ ໃນສະໜາມບານອີກເລີຍ.
ຈາກທຸກຄົນທີ່ຄິດວ່າຊາລີເປັນພຽງເດັກໄວໜຸ່ມທີ່ມີນິໄສດື້ ຫຼື ເປັນເດັກນ້ອຍທຸກຍາກ ແຕ່ໃນຄວາມເປັນຈິງແລ້ວບໍ່ໄດ້ເປັນດັ່ງທຸກຄົນຄິດເລີຍ, ຄວາມຈິງແລ້ວລາວເປັນລູກຊາຍຂອງນັກທຸລະກິດທີ່ຮັ່ງມີ ແລະ ມີເງິນທອງຕັ້ງແຕ່ຍັງນ້ອຍ, ຈຶ່ງບໍ່ແປກໃຈເລີຍວ່າຊາລີນັ້ນມັກໃນເລື່ອງຂອງທຸລະກິດ ເພາະໃນໄລຍະທີ່ລາວຕົກເປັນຂ່າວຫຼັງຖືກນັກເຕະຊື່ດັງເຕະໄປທີ່ທ້ອງ ໃນຕອນນັ້ນຊາລີ ມໍແກນ ກຳລັງຮຽນຫຼັກສູດ A-Level ຫຼື ຫຼັກສູດທີ່ຜູ້ຮຽນກຳນົດເອງ ເພື່ອກຽມພ້ອມກັບການຮຽນໃນມະຫາວິທະຍາໄລ, ຊາລີ ມີຄວາມຮູ້ດ້ານທຸລະກິດຕັ້ງແຕ່ສະໄໝຮຽນຢູ່ມັດທະຍົມຈຶ່ງໄດ້ຮ່ວມມືກັບ ແຈັກສັນ ຄວິນ ໝູ່ຂອງຕົນເພື່ອເລີ່ມຊອກຫາແນວທາງເຮັດທຸລະກິດທີ່ເໝາະກັບພວກເຂົາ.

ຕອນອາຍຸ 19 ປີ ຊາລີ ເລີ່ມຕົ້ນເຮັດທຸລະກິດ ວ໊ອດກ້າ ຂອງໂຕເອງຂຶ້ນຊື່ວ່າ: Au Vodka ໂດຍເລີ່ມຕົ້ນການວາງຂາຍຮ້ານຄ້າທ້ອງຖິ່ນ ແລະ ສິນຄ້າຜະລິດອອກມາເປັນຈຳນວນຈຳກັດ 2,000 ຕຸກ.
ທຸລະກິດຂອງຊາລີເຕີບໃຫຍ່ຢ່າງຕໍ່ເນື່ອງ ແລະ ໄດ້ຮັບຄວາມນິຍົມໃນວົງການ; ແຣ້ບເປີ Headie One, Chip ແລະ Nines ຕ່າງກໍພາກັນເວົ້າວ່າເປັນແຟນຄຣັບຂອງງ Au Vodka.
ໃນປີ 2020 ເຖິງແມ່ນວ່າຈະມີວິກິດການແຜ່ລະບາດຂອງໂຄວິດ-19 ແຕ່ຍອດຂາຍຂອງວ໊ອດກ້າແມ່ນເຮັດໄດ້ທະລຸເຖິງ 1.7 ລ້ານຕຸກ, ຈົນກາຍເປັນວອດກ້າລະດັບພີມ່ຽມອັນດັບໜຶ່ງຂອງ UK ເປັນທີ່ຮຽບຮ້ອຍ.

ຂອບໃຈຂໍ້ມູນຈາກ:
https://www.plugsville.com/charlie-morgan-au-vodka-swansea-ballboy/
ชาร์ลี มอร์แกน : เด็กเก็บบอลผู้โด่งดัง ที่กลายเป็น CEO ธุรกิจวอดก้ายอดขายอันดับ 1 | Main Stand