Celsius ບໍລິສັດທີ່ໃຫ້ບໍລິການກູ້ຢືມ Crypto ອາດເທຂາຍຫຼຽນ Cardano (ADA), Polygon (MATIC), Solana (SOL) ແລະ Altcoins ອື່ນໆອີກຈຳນວນໜື່ງທີ່ຖືຄອງຢູ່, ຫຼັງຈາກໄດ້ຮັບການອະນຸມັດໃນວັນທີ 1 ກໍລະກົດທີ່ຜ່ານມາ ຈາກຜູ້ພິພາກສາທີ່ເບິ່ງແຍງການດຳເນີນການຄະດີລົ້ມລະລາຍ ໃຫ້ສາມາດຂາຍ altcoins ມູນຄ່າຫຼາຍກວ່າ 170 ລ້ານໂດລາ ເພື່ອແຈກຢາຍ bitcoin (BTC) ແລະ ether (ETH) ໃຫ້ກັບເຈົ້າໜີ້ທີ່ກຳລັງລໍຖ້າເພື່ອໄດ້ຮັບເງິນທຶນຄືນມາເປັນເວລາເກືອບໜຶ່ງປີ.
ອີງຕາມເອກະສານຂອງສານເມື່ອເດືອນພະຈິກ ປີ 2022 ທີ່ຜ່ານມາ, ບໍລິສັດ Celsius ໄດ້ຖືຄອງຫຼຽນ MATIC 90 ລ້ານຫຼຽນ, ADA 103 ລ້ານຫຼຽນ, SOL 161.000 ຫຼຽນ, LINK 3,3 ລ້ານຫຼຽນ, DOT 1,8 ລ້ານຫຼຽນ, Litecoin 200.000 ຫຼຽນ ແລະ AAVE 106.000 ຫຼຽນ.
ໂດຍສິນຊັບທັງໝົດທີ່ກ່າວມາໃນຂ້າງເທິງເປັນພຽງສ່ວນໜຶ່ງທີ່ Celsius ຖືຄອງຢູ່, ແຕ່ວ່າມັນເປັນທີ່ຊັດເຈນວ່າສິນຊັບເຫຼົ່ານັ້ນແມ່ນຫຼຽນຫຼັກໆໃນປັດຈຸບັນຂອງບໍລິສັດ ແລະ ຈໍານວນຂອງຫຼຽນດັ່ງກ່າວຈະບໍ່ຖືກລວມຢູ່ໃນຫຼຽນທີ່ Celsius ຈະເທຂາຍໃນຄັ້ງນີ້.
ນອກຈາກນີ້ Celsius ຍັງມີຫຼຽນ Stablecoin ຈໍານວນຫຼາຍລ້ານໂດລາລວມເຖິງຫຼຽນ CEL ຂອງຕົນເອງອີກ 650 ລ້ານໂດລາ. ໂດຍ Tranche ດັ່ງກ່າວມີມູນຄ່າເຖິງ 100 ລ້ານໂດລາອ້າງອີງຈາກ Coinmarketcap, ແຕ່ເຖິງແບບນັ້ນກໍຍັງບໍ່ມີຄວາມຊັດເຈນວ່າ Celsius ຈະສາມາດຊໍາລະໜີ້ສິນທີ່ຕິດຄ້າງທັງໝົດໄດ້.

ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/