Chicago Board Options Exchange (CBOE) ບໍລິສັດຊື້ຂາຍສິນຊັບທີ່ໃຫຍ່ທີ່ສຸດໃນສະຫະລັດໄດ້ອອກມາປະກາດວ່າ ພວກເຂົາໄດ້ຍື່ນຄໍາຮ້ອງຂໍການລົງທະບຽນກອງທຶນຊື້ຂາຍແລກປ່ຽນ Bitcoin ETF ທີ່ສະເໜີໃຫ້ໂດຍກອງທຶນ Fidelity Wise Origin Bitcoin.
ໃນວັນທີ 3 ມັງກອນ, Fidelity Wise Origin Bitcoin Fund ໄດ້ຍື່ນແບບຟອມ 8-A ໃຫ້ກັບຄະນະກໍາມະການຫຼັກຊັບ ແລະ ການແລກປ່ຽນສະຫະລັດ (SEC), ເພື່ອຮ້ອງຂໍໃນການລົງທະບຽນ ETF. ຢ່າງໃດກໍຕາມ, ສິ່ງສໍາຄັນທີ່ຄວນຈະຮັບຮູ້ກໍຄືວ່າສິ່ງນີ້ບໍ່ໄດ້ຮັບປະກັນການອະນຸມັດຂອງ SEC ສຳລັບເຄື່ອງມືໃນການລົງທຶນໃນຂະບວນການນີ້ ລວມມີການໄດ້ຮັບການອະນຸມັດ 19b-4 ແລະ ເອກະສານ S-1 ຄົບຖ້ວນ.
ໂດຍ James Seyffart, ນັກວິເຄາະ ETF ຂອງ Bloomberg ໄດ້ອອກມາເນັ້ນໜັກວ່າ ເຖິງແມ່ນວ່າການເຄື່ອນໄຫວໃນຄັ້ງນີ້ຈະດີສໍາລັບ Bitcoin, ແຕ່ມັນກໍບໍ່ໄດ້ໝາຍຄວາມວ່າພວກເຂົາຈະໄດ້ຮັບການອະນຸມັດແຕ່ຢ່າງໃດ.

ພວກເຮົາບໍ່ສາມາດປະຕິເສດໄດ້ວ່າການຍື່ນຄຳຮ້ອງຂໍໃນການອະນຸມັດກອງທຶນ Spot Bitcoin ETF ໃນສະຫະລັດນັ້ນໄດ້ດຳເນີນມາເປັນເວລາດົນນານ ແລະ ບໍ່ມີຄວາມແນ່ນອນ, ເຖິງວ່າຈະມີຜູ້ຈັດການຊັບສິນທີ່ມີຊື່ສຽງເຊັ່ນ: Bitwise, Fidelity, WisdomTree ແລະ BlackRock ຈະເຂົ້າມາຍື່ນຂໍລົງທະບຽນກໍຕາມ. ແຕ່ SEC ກໍຍັງບໍ່ອະນຸມັດຜະລິດຕະພັນນີ້, ແຕ່ພວກເຂົາເຈົ້າກັບອະນຸມັດເຄື່ອງມືການລົງທຶນອື່ນໆທີ່ກ່ຽວຂ້ອງກັບການແລກປ່ຽນ Crypto ແທນເຊັ່ນ: BTC Futures ແລະ Ether ETH
ໃນຂະນະນີ້, ຊຸມຊົນ crypto ແລະ ຜູ້ຊ່ຽວຊານຄາດການວ່າ SEC ຈະອະນຸມັດ Bitcoin ETF ທັງໝົດໃນເວລາດຽວກັນ. ເຊິ່ງນີ້ຈະສົ່ງຜົນໃຫ້ອຸດສາຫະກໍາ crypto ໄດ້ຮັບການຍອມຮັບຈາກການເງິນຫຼາຍຂຶ້ນ ແລະ ສົ່ງຜົນໃຫ້ເງິນຈໍານວນຫຼວງຫຼາຍໄຫຼເຂົ້າສູ່ຕະຫຼາດສະກຸນເງິນດິຈິຕອນເຊັ່ນດຽວກັນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/