ຫຼັງຈາກເມື່ອປີ 2020 ງານເທສະການຮູບເງົາ Cannes Film Festival ຕ້ອງປະກາດຍົກເລີກການຈັດງານໄປເນື່ອງຈາກໂຄວິດ-19 ລະບາດໜັກ, ມາປີນີ້ເບິ່ງຄືວ່າເທສະການຮູບເງົາທີ່ຍິ່ງໃຫຍ່ທີ່ສຸດໃນໂລກນີ້ ກໍອາດຈະຖືກເລື່ອນວັນຈັດງານອອກໄປຈາກກຳນົດການເກົ່າທີ່ຈະຈັດຂຶ້ນໃນວັນທີ 11-22 ພຶດສະພາ ຊ່ວງລະດູຮ້ອນຂອງປີ 2021 ແຕ່ເນື່ອງຈາກສະຖານະການໂຣກລະບາດໃນປັດຈຸບັນຍັງບໍ່ແນ່ນອນ. ເຊິ່ງຫຼ້າສຸດໄດ້ມີການອອກມາລາຍງານວ່າຄະນະຜູ້ຈັດງານໄດ້ເລື່ອນໄປເປັນວັນທີ 6-17 ເດືອນກໍລະກົດຢ່າງເປັນທາງການແລ້ວ.
ຕາມລາຍງານບອກວ່າ ກ່ອນໜ້ານີ້ທາງທີມຜູ້ຈັດກຽມທີ່ຕັດສິນໃຈວ່າຈະຍັງເອົາກຳນົດການເກົ່າໄວ້ຫຼືຈະກຳນົດວັນຈັດງານໃໝ່ ເຊິ່ງຄາດວ່າໜ້າຈະຢູ່ໃນຊ່ວງວັນທີ 5-25 ກໍລະກົດ. ໂດຍກ່ອນໜ້ານີ້ທາງຜູ້ຈັດງານກໍໄດ້ມີການພິຈາລະນາກຳນົດວັນຈັດງານໃໝ່ຊ່ວງປາຍເດືອນມິຖຸນາ, ແຕ່ຊ່ວງເວລານັ້ນຍັງກົງກັບວັນຈັດງານຂອງ Cannes Lions ເວທີປະກວດງານໂຄສະນາທີ່ຍິ່ງໃຫຍ່ທີ່ສຸດໃນວັນທີ 21-25 ມິຖຸນາ, ດ້ວຍເຫດນີ້ຈຶ່ງເຮັດໃຫ້ Cannes Film Festival ຕ້ອງເລື່ອນອອກໄປເດືອນກໍລະກົດແທນ.

ແນວໃດກໍຕາມ ຈາກການປະຊຸມຂອງສະມາຄົມໂຮງແຮມແຫ່ງເມືອງຄານ ພວກເຂົາໄດ້ໃຫ້ຄຳແນະນຳວ່າ ເດືອນກໍລະກົດຈະເປັນຊ່ວງເວລາທີ່ເໝາະສົມທີ່ສຸດສຳລັບການຈັດງານ Cannes Film Festival ໃນປີນີ້.
“ແນ່ນອນວ່າ ພວກເຮົາຈະຮູ້ສຶກຍິນດີເປັນຢ່າງຍິ່ງຖ້າ Cannes Film Festival ສາມາດຈັດຂຶ້ນໄດ້ໃນເດືອນພຶດສະພາຕາມກຳນົດການເກົ່າ ແຕ່ເຮົາກໍຮູ້ສຶກຍິນດີເຊັ່ນກັນຖ້າມັນອາດຈະຖືກເລື່ອນອອກໄປຈັດຊ່ວງເດືອນກໍລະກົດ ເຊິ່ງອາດຈະເປັນຊ່ວງລະຫວ່າງວັນທີ 5-25 ທີ່ເທສະການຈະເລີ່ມຂຶ້ນໃນຊ່ວງເວລານັ້ນ ຫຼືບໍ່ກໍຫຼັງຈາກນັ້ນບໍ່ເທົ່າໃດມື້” ເຈົ້າຂອງໂຮງແຮມແຫ່ງໜຶ່ງທີ່ຕັ້ງໃກ້ຢູ່ກັບ Palais des Festivals ສະຖານທີ່ຈັດງານເທສະການຮູບເງົາເມືອງຄານ ກ່າວ.

ໂດຍປົກກະຕິແລ້ວ ການຈະຈັດງານ Cannes Film Festival ໃນຊ່ວງເດືອນກໍລະກົດເກືອບຈະເປັນໄປບໍ່ໄດ້ ເພາະມັນມີຄວາມສ່ຽງທີ່ອາດຈະເຮັດໃຫ້ກຸ່ມຜູ້ປະກອບການໂຮງແຮມລຸກຂຶ້ນມາປະທ້ວງ ເນື່ອງຈາກຊ່ວງເດືອນກໍລະກົດ-ສິງຫາ ເປັນລະດູການທ່ອງທ່ຽວ ເຊິ່ງຈະມີນັກທ່ອງທ່ຽວເດີນທາງມາເຂົ້າພັກໃນໂຮງແຮມເຫຼົ່ານັ້ນຢ່າງຫຼວງຫຼາຍ ຖ້າຈັດງານ Cannes Film Festival ໃນຊ່ວງນີ້ກໍຈະເຮັດໃຫ້ຜູ້ປະກອບການຫຼາຍແຫ່ງເສຍລາຍໄດ້ໄປມະຫາສານ.
ແຕ່ເນື່ອງດ້ວຍປັດຈຸບັນມີການລະບາດຂອງໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ລະບົບເສດຖະກິດທຸກພາກສ່ວນ ການເລື່ອນວັນຈັດງານ Cannes Film Festival ມາເປັນເດືອນກໍລະກົດກໍຈະສາມາດຊ່ວຍກະຕຸ້ນເສດຖະກິດດ້ານອຸດສະຫະກຳການບໍລິການ ຫຼື ໂຮງແຮມຂອງເມືອງຄານໃຫ້ກັບມາຫາຍໃຈຫາຍຄໍໄດ້ບໍ່ຫຼາຍກໍໜ້ອຍ.
ທັງນີ້ ຖ້າຫາກວ່າ Cannes Film Festival ບໍ່ສາມາດເກີດຂຶ້ນໄດ້ໃນເດືອນກໍລະກົດ ກໍມີໂອກາດທີ່ທາງທີມງານຈະກຳນົດວັນຈັດງານໃໝ່ອີກຄັ້ງ ເຊິ່ງອາດຈະເປັນຊ່ວງປາຍເດືອນສິງຫາ ແຕ່ປັດຈຸບັນຍັງບໍ່ມີການພິຈາລະນາກ່ຽວກັບເລື່ອງນີ້ຢ່າງຈິງຈັງ ເພາະມັນຈະໄປຕຳກັບງານ Venice Film Festival ທີ່ຈະຈັດຂຶ້ນຊ່ວງນັ້ນພໍດີ ສຸດທ້າຍເຮົາຕ້ອງຕິດຕາມນຳກັນຕໍ່ໄປວ່າ Cannes Film Festival ຈະສາມາດຈັດໄດ້ຫຼືຈະຖືກຍົກເລີກເພື່ອໜີໂຣກລະບາດຄັ້ງນີ້ໄປອີກປີໜຶ່ງ.
ພາບ: IndieWire, Forbes, Business Insider
ຂອບໃຈຂໍ້ມູນຈາກ:
- https://www.nytimes.com/2021/01/27/movies/cannes-delayed-covid.html
- https://variety.com/2021/film/global/cannes-film-festival-postponed-july-1234889324/?fbclid=IwAR00rEw41kIbR9hG4ZCGdv2WwsZtyzAZztIVAVutgOYGUhjQQAEV1xKW-uc
- https://www.thewrap.com/cannes-2021-postponed-until-july/
- https://www.theguardian.com/film/2021/jan/27/cannes-film-festival-officially-delayed-from-may-until-july