ອັງກິດເຂົ້າສູ່ການລັອກດາວອີກຄັ້ງ (Lockdown) ຫວັງສະກັດກັ້ນການລະບາດຂອງເຊື້ອໂຄວິດ-19 ກາຍພັນເພື່ອຖ້າໃຫ້ປະຊາກອນມີພູມຄຸ້ມກັນຈາກວັກຊີນ.
ວັນທີ 4 ມັງກອນ ທີ່ຜ່ານມາ ທ່ານ.ໂບຣິດ ຈອນສັນ ນາຍົກລັດຖະມົນຕີສະຫະລາຊະອານາຈັກອັງກິດປະກາດຜ່ານການຖະແຫຼງທາງໂທລະທັດວ່າ ຂໍໃຫ້ຄົນອັງກິດເລີ່ມຢູ່ໃນບ້ານທັນທີ ເປັນເວລາຢ່າງໜ້ອຍ 6 ອາທິດ.
ຂໍ້ຄວາມຈາກການຖະແຫຼງຂ່າວລະບຸວ່າ ອັງກິດຈະນຳມາດຕະການຄວບຄຸມໂຣກໂຄວິດ-19 ມາໃຊ້ຈົນເຖິງກາງເດືອນກຸມພາເປັນຢ່າງໜ້ອຍ ຫຼັງຈາກທີ່ເຊື້ອໄວຣັດກາຍພັນເລີ່ມກະຈາຍໄປທົ່ວປະເທດແລ້ວ ຈົນຈຳນວນຜູ້ປ່ວຍໃນໂຮງໝໍຕອນນີ້ມີຫຼາຍກວ່າຊ່ວງທີ່ໜັກທີ່ສຸດຂອງການລະບາດຮອບທຳອິດເຖິງ 40%.

ໂບຣິດ ຈອນສັນ ຢ້ຳວ່າ ທຸກຄົນຕ້ອງຮ່ວມມືກັນເພື່ອຢຸດ ແລະ ສະກັດກັ້ນການລະບາດຂອງເຊື້ອໄວຣັດກາຍພັນທີ່ມີຄວາມສາມາດໃນການແຜ່ລະບາດສູງກວ່າເກົ່າ 50-70% ໃນຂະນະທີ່ລັດຖະບານເລີ່ມແຈກຈ່າຍວັກຊີນປ້ອງກັນໂຣກໂຄວິດ-19 ໃຫ້ກັບປະຊາຊົນ ໂດຍຂໍໃຫ້ປະຊາຊົນຢູ່ໃນບ້ານ, ຍົກເວັ້ນກໍລະນີອອກໄປຊື້ຂອງກິນຂອງໃຊ້ທີ່ຈຳເປັນ, ໄປເຮັດວຽກທີ່ບໍ່ສາມາດເຮັດຢູ່ບ້ານໄດ້, ເຂົ້າຮັບການປິ່ນປົວ ແລະ ອະນຸຍາດໃຫ້ອອກກຳລັງກາຍນອກບ້ານໄດ້ວັນລະຄັ້ງ.
ຜູ້ນຳສະຫະລາຊະອານາຈັກ ຫວັງວ່າ ການລັອກດາວຄັ້ງນີ້ຈະເປັນຊ່ວງສຸດທ້າຍຂອງການຕໍ່ສູ້ກັບໂຣກຮ້າຍນີ້ ໂດຍຫວັງວ່າວັກຊີນແຕ່ລະເຂັມທີ່ສີດເພີ່ມຂຶ້ນ ຈະເຮັດໃຫ້ໂອກາດໃນການເອົາຊະນະມີສູງຂຶ້ນເລື້ອຍໆ.
ເຊິ່ງໃນວັນທີ 4, ອັງກິດມີລາຍງານຜູ້ຕິດເຊື້ອໂຄວິດ-19 ລາຍໃຫມ່ເຖິງ 58.784 ລາຍ ເປັນຈຳນວນທີ່ສູງທີ່ສຸດເທົ່າທີ່ເຄີຍມີການບັນທຶກມາ ແລະ ເປັນລາຍງານຕົວເລກເກີນ 50.000 ລາຍເປັນວັນທີ 7 ຕິດຕໍ່ກັນ.
ພາບ: The New York Time
ທີ່ມາ:
- https://web.facebook.com/workpointTODAY/photos/a.153956988306921/1506802603022346/
- https://edition.cnn.com/2021/01/04/uk/uk-lockdown-covid-19-boris-johnson-intl/index.htm