Bitcoin ETF ກັບມາຄຶກຄື້ນ! ເງິນທຶນໄຫຼເຂົ້າຢ່າງຕໍ່ເນື່ອງຫຼັງຈາກຕະຫຼາດຜັນຜວນຢ່າງຮຸນແຮງ ດຶງດູດນັກລົງທຶນໃຫ້ກັບມານິຍົມອີກຄັ້ງ


ຕະຫຼາດ Crypto ຟື້ນຕົວ, Bitcoin ETFs ເລີ່ມທີ່ຈະດຶງດູດນັກລົງທຶນອີກຄັ້ງຫຼັງຈາກທີ່ປະເຊີນກັບແຮງເທຂາຍໃນອາທິດທີ່ຜ່ານມາ. ອີງຂໍ້ມູນຈາກ Farside Investors ສະແດງໃຫ້ເຫັນວ່າກອງທຶນເຫຼົ່ານີ້ມີເງິນສຸດທິໄຫຼເຂົ້າໃນຕົ້ນອາທິດນີ້.

IBIT ຂອງ BlackRock ເປັນຜູ້ນຳເທຣນດຶງດູດເງິນທຶນໄຫຼເຂົ້າຫຼາຍທີ່ສຸດໃນວັນທີ 12 ກໍລະກົດ 2024, ໂດຍມີມູນຄ່າ 72.1 ລ້ານໂດລາ.

ຕາມມາດ້ວຍ FBTC ຂອງ Fidelity ໂດຍມີເງິນທຶນໄຫຼເຂົ້າທັງໝົດ 32.7 ລ້ານໂດລາ.

ນອກຈາກນັ້ນ, ກອງທຶນ ARKB ຂອງ Bitwise ແລະ Ark 21Shares ຂອງ Bitwise ຍັງເຫັນການໄຫຼເຂົ້າໃນທາງບວກເຊັ່ນກັນ. ​ໂດຍ​ມີ​​ເງິນໄຫຼ​ເຂົ້າ​ມາ​ທັງ​ໝົດ 7.5 ລ້ານ​ໂດ​ລາ​ ແລະ 5.3 ລ້ານ​ໂດ​ລາ​ ຕາມ​ລຳດັບ.

ການໄຫຼເຂົ້າໃນໄລຍະ 5 ມື້ທີ່ຜ່ານມາຖືເປັນການຟື້ນຕົວຄັ້ງສໍາຄັນສໍາລັບ Bitcoin ETFs ຫຼັງຈາກໄດ້ຮັບຄວາມສົນໃຈໜ້ອຍລົງໃນອາທິດທີ່ຜ່ານມານີ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງນັກລົງທຶນໃນໄລຍະຍາວ.

ຢ່າງໃດກໍຕາມ, ບໍ່ແມ່ນກອງທຶນທັງໝົດມີການໄຫຼເຂົ້າໃນທາງບວກ, ໂດຍ GBTC ຂອງ Grayscale ມີການໄຫຼອອກຂອງເງິນທຶນເຖິງ 37.7 ລ້ານໂດລາ.

Bitcoin ໄດ້ສະແດງໃຫ້ເຫັນເຖິງການຟື້ນຕົວ ເຖິງແມ່ນວ່າຈະມີການເທຂາຍກອງທຶນກໍຕາມ, ແຕ່ລາຄາ Bitcoin ເອງກໍເລີ່ມຟື້ນຕົວໃນສອງສາມມື້ຜ່ານມາ, ເຊິ່ງເພີ່ມຂຶ້ນ 6.95% ຈາກລະດັບຕໍ່າສຸດໃນອາທິດນີ້. ​ແຕ່​​ຍັງ​ຢູ່​ຕ່ຳ​ກວ່າ 21% ​ຈາກລະດັບ​ສູງ​ຕະຫຼອດ​ການ.

ນັກວິເຄາະແນມເຫັນວ່າ ແນວຮັບທີ່ສໍາຄັນສໍາລັບ Bitcoin ຢູ່ທີ່ 60,000 ໂດລາ, ຖ້າຫາກລາຄາຫຼຸດລົງຕໍ່າກວ່າ 50,000 ໂດລາ ກໍອາດຈະສົ່ງຜົນກະທົບທາງລົບຕໍ່ຕະຫຼາດ crypto ໂດຍລວມ.

ການໄຫຼເຂົ້າຂອງທຶນໃນຄັ້ງນີ້ອາດຈະຊ່ວຍຊຸກຍູ້ໃຫ້ລາຄາເພີ່ມຂຶ້ນ. ນັກລົງທຶນຍັງມີຄວາມຫວັງວ່າຖ້າເງິນທຶນໄຫຼເຂົ້າມາໃນ Bitcoin ETF ຍັງຄົງເປັນບວກ, ກໍອາດຈະຊ່ວຍຊຸກຍູ້ໃຫ້ລາຄາ Bitcoin ກັບຄືນສູ່ລະດັບສູງໃໝ່ ແລະ ສາມາດຟື້ນຟູຕະຫຼາດ crypto ໃຫ້ກັບມາຢູ່ໃນຂາຂຶ້ນອີກຄັ້ງ.

ທີ່ມາ:

dailycoin

farside

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/