Bitcoin ລາຄາຫຼຸດລົງຕໍ່າກວ່າ 63,000 ໂດລາເປັນຄັ້ງທໍາອິດໃນຮອບ 1 ເດືອນ ຫຼັງເກີດຄວາມກັງວົນວ່າ Fed ຈະຄົງອັດຕາດອກເບ້ຍສູງເປັນເວລາດົນນານ


ໃນເຊົ້າຂອງມື້ນີ້,Bitcoin ປະເຊີນກັບການເທຂາຍອອກຢ່າງໜັກ ສົ່ງຜົນໃຫ້ລາຄາຫຼຸດລົງຜ່ານລະດັບແນວຮັບທີ່ສຳຄັນ 63,000 ໂດລາເປັນຄັ້ງທໍາອິດໃນຮອບ 1 ເດືອນ, ສ້າງຄວາມຢ້ານກົວໃຫ້ກັບນັກລົງທຶນທົ່ວໂລກ ແລະ ຜົນກະທົບຕໍ່ຕະຫຼາດ crypto ໂດຍລວມ.

ອີງຂໍ້ມູນຈາກກຣາຟ TradingView ສະແດງໃຫ້ເຫັນວ່າລາຄາ bitcoin ຫຼຸດລົງຢ່າງຫຼວງຫຼາຍຈາກ 64,123 ໂດລາ ເປັນ 63,600 ໂດລາໃນເວລາ 2 ໂມງເຊົ້າກ່ອນທີ່ຈະຫຼຸດລົງອີກເທື່ອໜຶ່ງໃນເວລາ 5 ໂມງເຊົ້າແຕະລະດັບຕໍ່າສຸດໃໝ່ທີ່ 62,872 ໂດລາ.

ສຳລັບປັດໄຈຂອງລາຄາ Bitcoin ທີ່ຫຼຸດລົງນັ້ນ, ນັກວິເຄາະຄາດການວ່າເປັນຜົນມາຈາກເງິນທີ່ໄຫຼອອກຈາກກອງທຶນ Spot Bitcoin ETFs. ເຊັ່ນດຽວກັນກັບນໍາ Bitcoin ມາເທຂາຍໃນຕະຫຼາດເປີດຂອງເຢຍລະມັນ.

ຖ້າຫາກລາຄາ Bitcoin ບໍ່ສາມາດຟື້ນຕົວໄດ້ກັບຄືນມາໄດ້ ຄາດວ່າລາຄາຈະຫຼຸດລົງເພື່ອທົດສອບແນວຮັບຕໍ່ໄປຢູ່ທີ່ 60,000 ໂດລາກ່ອນທີ່ຈະກັບຄືນມາອີກຄັ້ງ. ຢ່າງໃດກໍຕາມ, ຫາກລາຄາຂອງ Bitcoin ສາມາດຟື້ນຕົວກັບຄືນມາໄດ້ ມັນກໍມີໂອກາດທີ່ຈະກັບຄືນຢືນເໜືອລະດັບ 70,000 ໂດລາໄດ້ເຊັ່ນດຽວກັນ.

ໃນຂະນະທີ່ຂຽນ, ລາຄາຂອງ Bitcoin ໄດ້ມີການຊື້ຂາຍກັນຢູ່ທີ່ 62,647 ໂດລາ, ຫຼຸດລົງ 2.72 ໃນ 24 ຊົ່ວໂມງທີ່ຜ່ານມາ. ອີງຂໍ້ມູນຈາກ Coinmarketcap.

ທີ່ມາ:

siamblockchain

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/