ຈາກສະຖະຕິຂອງ Porkopolis Economics Bitcoin ກາຍເປັນ ສິນຊັບທາງການເງິນ ຫຼື Monetary assets ອັນດັບ 6 ຂອງໂລກ ດ້ວຍມູນຄ່າລວມກວ່າ 1.19 ລ້ານລ້ານ ໂດລາ. ອັນດັບ 1​ ຍັງເປັນຄໍາ.

Monetary assets ແມ່ນຊັບສິນທາງການເງິນທີ່ມີມູນຄ່າເປັນເງິນ ແລະ ສາມາດແປງເປັນເງິນສົດໄດ້ຢ່າງງ່າຍດາຍ. ມັນລວມມີ ເງິນສົດ, ເງິນຝາກໃນທະນາຄານ, ເຊັກ, ພັນທະບັດລັດຖະບານ, ຫຼັກຊັບທີ່ສາມາດຊື້ຂາຍໄດ້ງ່າຍ. ເຊິ່ງຊັບສິນເຫຼົ່ານີ້ມີຄວາມສໍາຄັນຫຼາຍໃນການບໍລິຫານການເງິນ ເພາະວ່າມັນສາມາດນໍາໃຊ້ເພື່ອຊໍາລະໜີ້ສິນ ຫຼື ລົງທຶນໄດ້ຢ່າງວ່ອງໄວ.

ໂດຍ 10 ອັນດັບຂອງສິນຊັບທີ່ມີຄຸນຄ່າທີ່ສຸດໃນໂລກ ໂດຍຮຽງຕາມມູນຄ່າເປັນເງິນໂດລາສະຫະລັດ ປະກອບມີ:

1. ຄຳ : 14.81 ພັນຕື້ໂດລາ

 2. ສະຫະລັດ: 5.88 ພັນຕື້ໂດລາ

 3. ຢູໂຣບ: 5.74 ພັນຕື້ໂດລາ

 4. ຈີນ: 5.17 ພັນຕື້ໂດລາ

 5. ຍີ່ປຸ່ນ: 4.65 ພັນຕື້ໂດລາ

 6. Bitcoin: 1.19 ພັນຕື້

 7. ສະຫະລາຊະອານາຈັກ: 1.13 ພັນຕື້ໂດລາ

 8. ເງິນ: 0.85 ພັນຕື້ໂດລາ

 9. ສະວິດເຊີແລນ ສະວິດເຊີແລນ: 0.62 ພັນຕື້ໂດລາ

 10. ປະເທດອິນເດຍ: 0.56 ພັນຕື້ໂດລາ

         ອັບເດດ ລາຄາ Bitcoin ວັນທີ 15 ສິງຫາ 2024 ຢູ່ໃນລະດັບ 58,410.40 ໂດລາ ຕໍ່ 1 Bitcoin


ທີ່ມາ: https://www.porkopolis.io/topmoney/