Binance ປະກາດເປີດຕົວ USDT ໃນ Toncoin ເພື່ອເພີ່ມປະສິດທິພາບຂອງການໃຊ້ Stablecoin ໃນ TON ໃຫ້ດີຍິ່ງຂຶ້ນ


Binance ເວັບເທຣດ crypto ທີ່ໃຫຍ່ທີ່ສຸດຂອງໂລກໄດ້ປະກາດວ່າ ໄດ້ດຳເນີນການລວມໂທເຄັນ Tether (USDT) ເຂົ້າກັບເຄືອຂ່າຍ Toncoin (TON) ເປັນທີ່ຮຽບຮ້ອຍແລ້ວ. ໂດຍຜູ້ໃຊ້ສາມາດເລີ່ມຕົ້ນການຝາກ ແລະ ຖອນເງິນ ໂດຍໃຊ້ Blockchain ທີ່ກ່ຽວຂ້ອງກັບ Telegram ໄດ້ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ.

ໃນວັນທີ 19 ເດືອນເມສາ, Paolo Ardoino CEO ຂອງ Tether ແລະ Pavel Durov CEO ຂອງ Telegram ໄດ້ອອກຖະແຫຼງການຮ່ວມກັນໃນກອງປະຊຸມ TOKEN2049, ໂດຍການປະກາດການອອກໂທເຄັນ USDT ໃນ TON, ສົ່ງຜົນໃຫ້ TON ກາຍເປັນ blockchain ທີ່ໃຫຍ່ທີ່ສຸດເປັນອັນດັບ 6 ໃນແງ່ຂອງ USDT.

ນອກຈາກນີ້, Tether ແລະ TON ຍັງໄດ້ປະກາດວ່າພວກເຂົາຈະເປີດຕົວການເຊື່ອມໂຍງກັບຫຼາຍກວ່າ 100 ບໍລິສັດຄູ່ຮ່ວມງານທົ່ວໂລກ. ເພື່ອກະຕຸ້ນການນໍາໃຊ້ ແລະ ການພັດທະນາ Stablecoin ແລະ blockchains ທີ່ກ່ຽວຂ້ອງກັບ Telegram.

ແຕ່ສິ່ງທີ່ໜ້າສົນໃຈກໍຄື Toncoin, ເຊິ່ງເປັນໂທເຄັນດັ້ງເດີມຂອງ TON ຍັງບໍ່ມີລາຍຊື່ຊື້ຂາຍແບບ Spot ໃນກະດານເທຣດຂອງ Binance, ແຕ່ມີໃຫ້ບໍລິການໃນຮູບແບບຂອງ Future ທີ່ໄດ້ຮັບຄວາມນິຍົມຫຼາຍໃນເວັບເທຣດ Binance

ຢ່າງໃດກໍຕາມ, ພວກເຮົາຍັງຕ້ອງຕິດຕາມຂ່າວຕໍ່ໄປວ່າການພັດທະນາໃນຄັ້ງນີ້ຈະມີຜົນກະທົບແນວໃດຕໍ່ຕະຫຼາດຂອງ Toncoin ແລະ ຜົນຂອງການລວມເອົາ USDT ເຂົ້າກັບ TON blockchain ຈະສົ່ງຜົນກະທົບໄປໃນທິດທາງໃດ.

ທີ່ມາ:

u.today

Tether_to

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/