Binance ໜຶ່ງໃນ cryptocurrency exchange ຊັ້ນນຳຂອງໂລກໄດ້ຈັບມືກັບນັກເຕະລະດັບຕຳນານຄື Cristiano Ronaldo ອີກຄັ້ງເພື່ອເປີດຕົວຄໍເລັກຊັ້ນ NFT ຊຸດທີສອງໃນຊື່ ForeverCR7: The GOAT.
ຄໍເລັກຊັນດັ່ງກ່າວໄດ້ສ້າງຂຶ້ນເພື່ອຍ້ອງຍໍຊົມເຊີຍຕໍ່ອາຊີບນັກເຕະ ຂອງ Ronaldo ໃນຖານະນັກເຕະບານທີ່ຍິ່ງໃຫຍ່ທີ່ສຸດຕະຫຼອດການ, ໂດຍ NFT ຖືກແບ່ງອອກເປັນສີ່ລະດັບຂອງຄວາມຫາຍາກຄື: Super Super Rare (SSR), Super Rare (SR), Rare (R) ແລະ Normal (N) ເຊິ່ງຈະເປີດວາງຈຳໜ່າຍໃນວັນຈັນ ທີ 3 ກໍລະກົດ ສະເພາະໃນ Binance ເທົ່ານັ້ນ.

ດ້ວຍສະຖິຕິທີ່ໜ້າປະທັບໃຈເຖິງ 838 ປະຕູໃນອາຊີບຂອງ Ronaldo, ForeverCR7: The GOAT NFT ຈະມອບໂອກາດພິເສດທີ່ບໍຄືໃຜໃຫ້ກັບແຟນໆ ໃນການເປັນເຈົ້າຂອງຕົວແທນແບບດິຈິຕອລປະຕູທີ່ສ້າງຊື່ສຽງ, ເອກະລັກຂອງເຂົາ ເເລະ ເວລາທີ່ໜ້າຈົດຈຳໃນເດີ່ນເຕະບານ.
ໂດຍໃນຄໍເລັກຊັນປະກອບດ້ວຍ NFT ຫຼາຍກວ່າ 29.000 ຊິ້ນສ່ວນ, ແຕ່ລະອັນຈະມີມໍລະດົກທາງລູກໜັງຂອງ Ronaldo ຕົກທອດໄປສູ່ຜູ້ຖືຄອງ. ນອກຈາກນີິ້ NFT ຍັງມີຮາງວັນ ແລະ ມອບສິດທິປະໂຫຍດພິເສດສໍາລັບເຈົ້າຂອງທີ່ເປັນຜູ້ໂຊກດີ.
Cristiano Ronaldo ໄດ້ມີຄວາມຕື່ນເຕັ້ນຕໍ່ກັບໂປຣເຈັກນີ້ ໂດຍສະເພາະກັບເເຟນໆທີ່ໜ້າຮັກຂອງເຂົາ, Ronaldo ກ່າວວ່າ:
“ຂ້ອຍຮູ້ສຶກດີຫຼາຍທີ່ໄດ້ມີໂອກາດຮ່ວມງານກັບ Binance ອີກຄັ້ງໃນໂປຣເຈັກນີ້. ໂດຍສະເພາະຢ່າງຍິ່ງສຳລັບຜູ້ທີ່ສະໜັບສະໜູນຂ້ອຍຕັ້ງແຕ່ໄລຍະທີ່ຂ້ອຍປະສົບຜົນສໍາເລັດໃນຕອນທຳອິດ. ການສ້າງຄໍເລັກຊັນນີ້ ສະເເດງໃຫ້ເຫັນເຖິງຈຸດເດັ່ນໃນອາຊີບຂອງຂ້ອຍແມ່ນປະສົບການທີ່ກຸ້ມຄ່າຫຼາຍ. ຂ້ອຍອົດໃຈລໍຖ້າບໍ່ໄຫວທີ່ຈະໄດ້ເຫັນປະຕິກິລິຍາການຕອບຮັບຂອງເເຟນໆ ຕໍ່ການປ່ອຍຄໍເລັກຊັນນີ້ ເເລະ ໂອກາດທີ່ຈະໄດ້ເທຣນຮ່ວມກັບຜູ້ໂຊກດີ”
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/