“Are you sure?!” ລາຍການທ່ອງທ່ຽວຂອງ Jimin ແລະ Jungkook ວົງ BTS ກຽມສາຍທາງ Disney+ ວັນທີ 8 ສິງຫານີ້


ເປັນອີກໜຶ່ງເຊີໄພ້ທີ່ສະມາຊິກວົງ BTS ກຽມໄວ້ໃຫ້ກັບແຟນໆກ່ອນຈະເຂົ້າກົມເປັນທະຫານຮັບໃຊ້ຊາດ, ເມື່ອ Disney+ ປະກາດກຽມສາຍລາຍການທ່ອງທ່ຽວຂອງ Jimin ແລະ Jungkook ທີ່ໃຊ້ຊື່ວ່າ Are You Sure?! ພ້ອມ​ກັບເຜີຍພາບ​ໂປ​ສ​ເຕີ​ທີ່ພວກເຂົາກໍາລັງຂີ່ເຮືອຄາຢັກຢ່າງມ່ວນຊື່ນ.

Jimin ແລະ Jungkook ຖ່າຍທຳລາຍການນີ້ ເຊິ່ງຖືວ່າເປັນການບັນທຶກຄວາມຊົງຈຳໃນການທ່ຽວທຣິບສຸດທ້າຍຮ່ວມກັນ ກ່ອນທີ່ພວກເຂົາຈະໄດ້ເຂົ້າກົມທະຫານໃນທ້າຍ​ປີ​​ທີ່ຜ່ານມາ. ໂດຍມີລາຍງານວ່າລາຍການ Are You Sure?! ໄດ້ບັນທຶກການເດີນທາງທີ່ເຕັມໄປດ້ວຍຄວາມມ່ວນຊື່ນສົດໃສ, ການຜະຈົນໄພທີ່ໜ້າຈົດຈໍາ ແລະ ຄາດບໍ່ເຖິງຂອງສອງອ້າຍນ້ອງຄູ່ຫູທີ່ມີສາຍາວ່າ ‘Busan Boys’ ເພາະວ່າບ້ານເກີດຂອງເຂົາທັງສອງຢູ່ Busan. ເຊິ່ງສະ​ຖານ​ທີ່​ທີ່​ພວກເຂົາ​ໄປຖ່າຍທໍາລາຍການມແມ່ນ ສະ​ຫະ​ລັດ​ອາ​ເມຣິ​ກາ ​(USA), ເກາະເຊຈູ​ປະເທດເກົາ​ຫຼີ​ໃຕ້ (Jeju Island)​, ແລະ ຊັບໂປໂຣປະເທດຍີ່​ປຸ່ນ​ (Sapporo).

Are You Sure?! ມີທັງໝົດ 8 Ep ແລະ ແນ່ນອນວ່າການທ່ອງທ່ຽວຕະຫຼອດໝົດທຣິບຈະເຕັມໄປດ້ວຍສຽງຫົວ ລວມໄປເຖິງບົດສົນທະນາທີ່ທັງມ່ວນ ແລະ ເລິກເຊິ່ງ. ພວກເຂົາທັງສອງຕ່າງກໍມ່ວນໄປກັບກິດຈະກໍາທີ່ໄດ້ເຮັດໃນຂະນະທີ່ທ່ອງທ່ຽວ ເຊັ່ນ: ຕັ້ງແຄ້ມ, ຂີ່ເຮືອ ແລະ ການອອກໂຣດທຣິບ (Road Trip). ເຊິ່ງຄວາມພິເສດຂອງລາຍການກໍຄື ພວກເຂົາເລີ່ມຕົ້ນການເດີນທາງໂດຍບໍ່ໄດ້ກະກຽມຫຍັງມາກ່ອນເລີຍ ເພາະ Are You Sure?! ມາພ້ອມກັບຄອນເຊັບທີ່ຕ້ອງການໃຫ້ Jimin ແລະ Jungkook ຕົກຢູ່ໃນສະຖານະການທີ່ພວກເຂົາຄິດບໍ່ເຖິງ ເພື່ອໃຫ້ແຟນໆຕິດຕາມວ່າພວກເຂົາຈະເຮັດແນວໃດຕໍ່ໄປ.

Are You Sure?! ຈະປ່ອຍແບບພິເສດພ້ອມກັນ 2 Ep ທໍາອິດ ຜ່ານທາງ Disney+ ໃນວັນທີ 8 ສິງຫານີ້ ກ່ອນທີ່ຈະຄ່ອຍໆປ່ອຍຕອນທີ່ຍັງເຫຼືອໃນທຸກວັນພະຫັດຂອງອາທິດຕໍ່ໄປຈົນຄົບ 8 ຕອນ.

ທີ່ມາ:
https://thestandard.co/are-you-sure-jimin-and-jung-kook-disney-plus/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/