
ໂລກຂອງເທັກໂນໂລຢີ ແລະ ການສື່ສານແບບໄຮ້ສາຍໃນປັດຈຸບັນນີ້ແມ່ນໄດ້ກ້າວກະໂດດໄປໄກຫຼາຍແລ້ວ ຈົນບາງເທື່ອກໍເຮັດໃຫ້ເຮົາປະຫຼາດໃຈ ເຊັ່ນດຽວກັນກັບຂ່າວລືນີ້ທີ່ Ming-Chi Kuo ນັກວິເຄາະຂໍ້ມູນກ່ຽວກັບ Apple ເຜີຍວ່າ ໃນຂະນະນີ້ Apple ໄດ້ທົດສອບລະບົບຮາດແວຣ໌ເພື່ອເຊື່ອມຕໍ່ການສື່ສານຜ່ານດຽວທຽມໃນ iPhone 14 ຮຽບຮ້ອຍແລ້ວ.

ທັງນີ້ ຖ້າຫາກມີການເຊື່ອມຕໍ່ດາວທຽມແທ້ Apple ຈະນຳມາໃຊ້ກັບບໍລິການຂົນສົ່ງຂໍ້ຄວາມ ຫຼື ຂໍ້ຄວາມສຽງສຸກເສີນໂດຍບໍ່ຕ້ອງອາໄສສັນຍານອິນເຕີເນັດ ຂ່າວລືກ່ອນໜ້ານີ້ລະບຸວ່າ Apple ກໍາລັງເຮັດວຽກຮ່ວມກັບ Globastar ເຊິ່ງເປັນບໍລິສັດສື່ສານດາວທຽມສັນຊາດອາເມຣິກາ ທາງດ້ານ Kuo ເບິ່ງວ່າມີໂອກາດເປັນໄປໄດ້ສູງວ່າຈະເຂົ້າເປັນພາດເນີ້ກັບ Apple ເພື່ອປ່ອຍຟີເຈີນີ້ສຳລັບ iPhone.

ຢ່າງໃດກໍຕາມ ເຖິງວ່າ iPhone 14 ຈະຮັບຮອງການສື່ສານຜ່ານດາວທຽມແຕ່ Kuo ລະບຸວ່າ Apple ຈະປ່ອຍຟີເຈີໃຫ້ໃຊ້ໃນ iPhone 14 ເລີຍຫຼືບໍ່ ແມ່ນຂຶ້ນກັບການເຈລະຈາທຸລະກິດລະຫວ່າງ Apple ແລະບໍລິສັດພາດເນີ້. ກ່ອນໜ້ານີ້ Apple ໄດ້ພັດທະນາຮາດແວຣ໌ໃຫ້ iPhone 13 ຮອງຮັບຟີເຈີນີ້ແລ້ວ ແຕ່ວ່າ iPhone 13 ໃຊ້ບໍ່ໄດ້ກັບຟີເຈີນີ້ ເຊິ່ງມີຜົນມາຈາກ Apple ຍັງບໍ່ໄດ້ເຈລະຈາຮ່ວມມືກັບບໍລິສັດສື່ສານດາວທຽມ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment