Apple ໄດ້ກຽມເປີດຕົວຮ້ານຄ້າສາຂາທຳອິດຂອງຕົນຢ່າງເປັນທາງການໃນປະເທດອິນເດຍໃນປາຍເດືອນເມສາ ປີ 2023 ນີ້.
ໂດຍຮ້ານຄ້າສາຂາທຳອິດທີ່ກຳລັງຈະເປີດຕົວນີ້ມີຊື່ວ່າ Apple BKC ຕັ້ງຢູ່ທີ່ສູນການຄ້າ Jio World Drive ທີ່ຫຼູຫຼາໃນມຸມໄບ, BKC ຫຍໍ້ມາຈາກ Bandra Kurla Complex ເຊິ່ງເປັນເຂດທຸລະກິດ ແລະ ທີ່ຢູ່ອາໄສທີ່ສຳຄັນໃນມຸມໄບ.

ຮ້ານຄ້າເເຫ່ງນີ້ມີເນື້ອທີ່ 2.100 ຕາແມັດ, ຖືກອອກແບບດ້ວຍສະຖາປັດຕະຍະກຳຊັ້ນສູງ ແລະ ມີປະຕູແກ້ວຂະໜາດໃຫຍ່ ຄ້າຍຄືກັນກັບຮ້ານຄ້າໃນ ລອສແອງເຈີລິສ, ນິວຢອກ, ປັກກິ່ງ, ມິລານ ແລະ ສິງກະໂປ.
ນອກຈາກນີ້ Apple ຍັງປ່ອຍວໍເປເປີໃໝ່ທີ່ໄດ້ຮັບການອອກເເບບເພື່ອໃຫ້ເຂົ້າກັບ theme ຂອງອິນເດຍ, ໂລໂກ້ໃໝ່ ແລະ playlist ໃໝ່ໃນ Apple Music ທີ່ມີຊື່ວ່າ ‘Sound of Mumbai’ ເພື່ອໂປຣໂໝດຮ້ານຄ້າແຫ່ງທຳອິດໃນປະເທດອິນເດຍ. ສິ່ງນີ້ຊີ້ໃຫ້ເຫັນເຖິງຄວາມສໍາຄັນຂອງອິນເດຍຕໍ່ກັບທຸລະກິດຂອງ Apple ໃນປັດຈຸບັນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/