ເອີ້ນໄດ້ວ່າເປັນຂ່າວທີ່ຫຼາຍຄົນຕັ້ງຂໍ້ສົງໄສກ່ຽວກັບປະສິດທິພາບຂອງວັກຊີນປ້ອງກັນໂຄວິດ-19 ຢູ່ບໍ່ໜ້ອຍ ເມື່ອສຳນັກຂ່າວຊື່ດັງຢ່າງ Reuters ໄດ້ລາຍງານວ່າ Albert Bourla ປະທານຄະນະເຈົ້າໜ້າທີ່ (CEO) ຂອງບໍລິສັດ Pfizer ໄດ້ຕິດເຊື້ອໂຄວິດ-19 ສາຍພັນໃໝ່ເປັນຄັ້ງທີ 2 ຫຼັງຈາກທີ່ເຄີຍຕິດໄປແລ້ວກ່ອນໜ້ານີ້ເມື່ອເດືອນສິງຫາ ປີ 2021 ທີ່ຜ່ານມາ. ພ້ອມກັນນັ້ນຍັງມີຂໍ້ມູນລະບຸວ່າ Bourla ໄດ້ຮັບການສັກວັກຊີນຕ້ານໂຄວິດ-19 ຂອງ Pfizer-BioNTech ມາແລ້ວ 4 ເຂັມ.
“ຂ້ອຍຮູ້ສຶກສະບາຍດີ ແລະບໍ່ມີອາການປ່ວຍ” Albert Bourla ໄດ້ລະບຸໃນຖະແຫຼງການເມື່ອວັນເສົາທີ່ຜ່ານມາ (24 ກັນຍາ 2022) ເຖິງອາການປ່ວຍຂອງຕົນເອງຫຼັງຈາກຕິດເຊື້ອໂຄວິດ-19 ເປັນຄັ້ງທີ 2.
ທັງນີ້ Bourla ໄດ້ແຈ້ງວ່າ ຕົນຍັງບໍ່ໄດ້ສັກວັກຊີນໂຄວິດ-19 ຊະນິດໃໝ່ ເຊິ່ງເປັນວັກຊີນໂຄວິດ-19 ຊະນິດ Bivalent ທີ່ພັດທະນາຂຶ້ນມາໃໝ່ເພື່ອຫວັງທີ່ຈະສູ້ກັບເຊື້ອໂຄວິດ-19 ສາຍພັນຍ່ອຍຂອງໂອໄມຄຣອນຢ່າງ BA.5 ແລະ BA.4 ເຊິ່ງໃນຂະນະນີ້ເຊື້ອ 2 ຕົວດັ່ງກ່າວໄດ້ກາຍເປັນສາຍພັນຫຼັກທີ່ແຜ່ລະບາດໃນສະຫະລັດອາເມຣິກາ ໂດຍມີອັດຕາສ່ວນຢູ່ທີ່ 84,8% ແລະ 1,8%.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment