ລົດບິນໄດ້ທີ່ເຮົາເຄີຍຄິດວ່າເປັນເລື່ອງຂອງອະນາຄົດອັນແສນໄກ ແຕ່ເລື່ອງນີ້ກັບເປັນເລື່ອງທີ່ບໍ່ໄກເກີນໄປແລ້ວ ເມື່ອມີລົດບິນໄດ້ທີ່ໄດ້ຜ່ານການທົດສອບທັງການແລ່ນຢູ່ທ້ອງຖະໜົນ ແລະ ສາມາດບິນຢູ່ເທິງຟ້າໄດ້ຄືກັບເຮືອບິນຢ່າງ “Aircar” ເຊິ່ງຜະລິດໂດຍບໍລິສັດ Klein Vision (ໄຄລນ໌ ວິຊັນ).
Aircar ເປັນລົດບິນໄດ້ຄັນທຳອິດທີ່ໄດ້ຜ່ານການທົດສອບການບິນຢູ່ເທິງຟ້າ ແລະ ປະສົບຜົນສຳເລັດ ໂດຍໃຊ້ເວລາໃນການບິນ 35 ນາທີ, ເຊິ່ງການທົດສອບທີ່ໄດ້ຮັບຜົນສຳເລັດໃນເທື່ອນີ້ກໍເປັນການຢືນຢັນວ່າເທັກໂນໂລຢີລົດບິນໄດ້ນັ້ນ ເປັນສິ່ງທີ່ບໍ່ໄກເກີນຈະກ້າວໄປເຖິງໃນອະນາຄົດອັນໃກ້ໆນີ້.

Aircar ຖືກຜະລິດໂດຍບໍລິສັດ Klein Vision ໂດຍມີຜູ້ອອກແບບແມ່ນ ສາດສະດາຈານ Stefan Klein (ສະເຕຟານ ໄຄລນ໌) ໄດ້ເຮັດການທົດສອບບິນຈາກ ສະໜາມບິນ ນິຕຣາ ໄປສູ່ສະໜາມບິນ ບຣາຕິສລາວາ ຂອງປະເທດ ສະໂລວາເກຍ ໄດ້ສຳເລັດເປັນເທື່ອທຳອິດ.
ລົດ Aircar ໃຊ້ເຄື່ອງຈັກຂອງ BMW ດ້ວຍພະລັງງານເຜົາໄໝ້ເຊື້ອເພີງປິໂຕລຽມທຳມະດາ ໂດຍສາມາດບິນໄດ້ດ້ວຍໄລຍະທາງປະມານ 1 000km, ໃຊ້ເວລາໃນການປ່ຽນໂໝດຈາກລົດໃຫ້ກາຍເປັນເຮືອບິນປະມານ 2 ນາທີ 15 ວິນາທີ.
ຜູ້ພັດທະນາໄດ້ໃຫ້ຄຳນິຍາມເຖິງການນຳໃຊ້ Aircar ວ່າ ຕ້ອງການໃຫ້ການນຳໃຊ້ເປັນເລື່ອງທີ່ສະດວກສະບາຍ ແລະ ເປັນເລື່ອງທີ່ເຂົ້າເຖິງງ່າຍ ຕົວລົດເອງສາມາດຮັບຜູ້ໂດຍສານໄດ້ 2 ຄົນ ສະເລ່ຍນ້ຳໜັກຢູ່ທີ່ 200 kg ເຊິ່ງສາມາດບິນຢູ່ເທິງຟ້າໄດ້ດ້ວຍຄວາມໄວ 170km/hr.

ລົດ Aircar ໃຊ້ເວລາອອກແບບ ແລະ ພັດທະນາດົນກວ່າ 2 ປີ ດ້ວຍງົບປະມານໃນການລົງທຶນຕໍ່ຄັນສູງເຖີງ 1.7 ລ້ານຢູໂຣ, ໂດຍ Anton Zajac (ແອນທອນ ຊາແຈັກ) ຜູ້ດຳລົງຕຳແໜ່ງທີ່ປຶກສາ ແລະ ນັກລົງທຶນຂອງ Klein Vision ໄດ້ອອກມາກ່າວວ່າ ຫາກບໍລິສັດຂອງພວກເຂົາ ສາມາດດຶງດູດໃຫ້ກັບກິດຈະການຂົນສົ່ງຜູ້ໂດຍສານທາງອາກາດໄດ້ໃນເປີເຊັນຍ່ອຍໆ ພວກເຂົາກໍຈະສາມາດພົບກັບການປະສົບຜົນສຳເລັດຢ່າງມະຫາສານ.
ຮັບຊົມການທົດສອບບິນຂອງ Aircar ໄດ້ທີ່ :
ຂໍຂອບໃຈຂໍ້ມູນຈາກ :
- https://www.klein-vision.com/
- https://www.facebook.com/thematterco/photos/a.1735876059961122/2927134904168559/
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/