Call of Duty: Vanguard ແກມແນວ Shooting ໃນໂລກຂອງສົງຄາມໂລກພາກໃໝ່ ຂອງບໍລິສັດ Activision ກຽມພ້ອມເປີດຕົວເກມ (ພຽງເປີດຕົວຍັງບໍ່ທັນມີຕົວເກມເຕັມ ຫຼື Beta) ໃນວັນທີ 20 ສິງຫາ 2021 ໂດຍຈະມີການຖ່າຍທອດສົດຜ່ານເກມ Call of Duty: Warzone
ເຖິງເວລາຈະຍັງອີກບໍ່ດົນ ແຕ່ຂໍ້ມູນກໍຫຼຸດອອກມາພຽງເລັກໜ້ອຍເທົ່ານັ້ນ. ບັນດານັກຂຸດດາຕ້າຕ່າງກໍໄດ້ເວົ້າອອກມາວ່າ Call of Duty ພາກນີ້ຈະສະເໜີເຫດການທີ່ອ້າງອີງຈາກປະຫວັດສາດແທ້ ພ້ອມກັບລະບົບຟີເຈີ້ Dynamic Weather ເຂົ້າມາໃນເກມ.

ໃນເວລາບໍ່ດົນມານີ້ ຫຼາຍຄົນທີ່ຫຼິ້ນເກມ Call of duty: Warzone (Call of duty: Warzone ເປັນເກມອອນໄລນ໌ແນວ Battle Royale ເອົາຊີວິດລອດເປັນຄົນສຸດທ້າຍ) ໄດ້ແຊຣ໌ເຖິງເຊີໄພທີ່ພົບໃນເກມ ຫຼັງຈາກຈົບການແຂ່ງຂັນພົບວ່າ ໃນລະຫວ່າງທີ່ຕົວລະຄອນຂອງພວກເຂົາກຳລັງຂຶ້ນເຮລິຄັອບເຕີສະຫຼອງໄຊຊະນະນັ້ນ ໄດ້ຖືກມືສະໄນເປີປິດສະໜາ ຍິງຈົນເຮລິຄັອບເຕີຂອງພວກເຂົາຕົກ, ເຊິ່ງລັກສະນະຂອງຄົນ ແລະ ອຸປະກອນທີ່ໃຊ້ຍິງຄືກັບວ່າເປັນຄົນຈາກຍຸກສົງຄາມໂລກ.
ຖືວ່າເປັນການໂປຣໂໝດເກມ ແລະ ປຸກກະແສເກມ Call of Duty: Vanguard ຂອງຜູ້ພັດທະນາ. ຖ້າຫາກຂໍ້ມູນດັງກ່າວທີ່ຫຼຸດອອກມາມີຄວາມເປັນຈິງ ເຮົາກໍຈະໄດ້ມີໂອກາດໄດ້ສຳຜັດຕົວເກມເບຕ້າ ໃນໄລຍະເດືອນກັນຍາກ່ອນຈະວາງຂາຍແທ້ໃນເດືອນພະຈິກທ້າຍປີ 2021 ນີ້.
ວິດີໂອຕົວຢ່າງ: https://bit.ly/3xWNp4B
ທີ່ມາ: https://tinyurl.com/yh92svhq
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/