ພິມມະສອນ ວໍລະສັກ ຮອງນາງສາວລາວປີ 2020 ນອກຈາກມີຄວາມຮູ້ຄວາມສາມາດ ຍັງໄດ້ເປັນກັບຕັນທີມບານສົ່ງນຳອີກ


ນາງ ພິມມະສອນ ຮອງຕຳແໜ່ງອັນດັບສອງນາງສາວລາວປີ 2020 ນອກຈາກຈະງາມແລ້ວ ຄວາມຮູ້ຄວາມສາມາດກໍມີຫຼາກຫຼາຍເຊັ່ນດຽວກັນ ໂດຍສະເພາະແມ່ນດ້ານກິລາ ເຊິ່ງປັດຈຸບັນກໍໄດ້ຫຼິ້ນກິລາບານສົ່ງໃຫ້ກັບທີມຂອງຄະນະຕົນເອງ ແລະ ຍັງມີຄວາມໂດດເດັ່ນ, ທັງໄດ້ເປັນຫົວໜ້າທີມ ພ້ອມກັນນັ້ນໝູ່ເພື່ອນໃນທີມກໍສາມັກຄີກັນ ເຮັດໃຫ້ທີມຂອງຄະນະສາມາດຮັກສາແຊ້ມໄວ້ເປັນເວລາ 4 ສະໄໝຊ້ອນ.

ເວົ້າໄດ້ເລີຍວ່າ ເປັນແບບຢ່າງໃຫ້ກັບຫຼາຍໆຄົນ ມີທັງຜົນງານທີ່ຫຼາກຫຼາຍ, ກ້າເວົ້າ, ກ້າສະແດງອອກເທິງເວທີ, ພ້ອມດຽວກັນນັ້ນ ໃນເລື່ອງການຮຽນກໍມີດີເຊັ່ນກັນ ພ້ອມປະກອບສ່ວນເຂົ້າໃນກິດຈະກຳຕ່າງໆຂອງໂຮງຮຽນ ແລະ ເປັນທີ່ຮູ້ຈັກຂອງໃຜຫຼາຍໆຄົນນຳອີກດ້ວຍ.

ນາງ ພິມມະສອນ ວໍລະສັກ ເປັນນັກສຶກສາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ປີທີ 4 ຢູ່ມະຫາວິທະຍາໄລແຫ່ງຊາດ ເຊິ່ງເປັນຕົວແທນຄົນໜຶ່ງທີ່ເປັນທັງນັກສຶກສາ, ນັກກິລາ ແລະ ເປັນຮອງນາງສາວລາວ.

ໃນດ້ານການປະກອບສ່ວນທາງດ້ານສັງຄົມ ມີບົດບາດຫຼາຍພໍສົມຄວນ ບໍ່ວ່າຈະເປັນການປະກອບສ່ວນເຂົ້າຫາອາຈານຕາງໜ້າໃຫ້ໝູ່ຄູ່ນັກຮຽນ ຫຼື ມີວຽກພາກສ່ວນຕ່າງໆທີ່ສຳຄັນໃນມະຫາວິທະຍາາໄລ ຫຼື ຄະນະກໍໄດ້ໄປຊ່ວຍ, ການປະສານງານຂອງວຽກໃນຫ້ອງກໍໄດ້ໃຫ້ຄວາມຊ່ວຍເຫຼືອຢ່າງເຕັມທີ່.

ອາຈານ ຂັນປະທິບ ເທບພະວົງສາ ເປັນຄະນະສະຫະພັນແມ່ຍິງ ມຊ ປະທານສະຫະພັນແມ່ຍິງ ແລະ ອາຈານປະຈຳຊັ້ນຍັງໄດ້ກ່າວວ່າ: ພິມມະສອນ ນັບແຕ່ປີທຳອິດທີ່ເຂົ້າມາສຶກສາ ເປັນນັກສຶກສາຄົນໜຶ່ງ ທີ່ມີຄວາມພ້ອມກະຕືລືລົ້ນ ມີຄວາມກ້າຫານ ແລະ ມີຄວາມເປັນຜູ້ນຳສູງ ພ້ອມທັງເປັນບຸກຄົນທີ່ມີຈິດໃຈອາສາສູງ ບໍ່ວ່າຈະມີອົງການຈັດຕັ້ງໃດກໍໄດ້ໄປປະກອບສ່ວນ.

ນອກຈາກນີ້ ອາຈານ ຍັງໄດ້ກ່າວຕື່ມອີກວ່າ: ພິມມະສອນ ເປັນຕໍຄົນທີ່ມີເປົ້າໝາຍຢ່າງຊັດເຈນ ມີການຮຽນຮູ້ຢູ່ຕະຫຼອດເວລາ ເປັນຄວາມພາກພູມໃຈທີ່ມີລູກສິດກະຕືລືລົ້ນ ພ້ອມຍັງເປັນບຸກຄົນໜຶ່ງທີ່ມີຄວາມພ້ອມທາງດ້ານຄຸນະພາບຂອງຮ່າງກາຍ ແລະ ມັນສະໝອງທີ່ດີ.

ຈາກຄຳຄິດເຫັນຂອງໝູ່ເພື່ອນຫຼາຍຄົນໄດ້ປະກອບສ່ວນ ແລະ ພ້ອມກັນຍ້ອງຍໍວ່າ: ພິມມະສອນ ເປັນຄົນທີ່ມີນິໄສດີ, ລົມກັບໝູ່ເພື່ອນກໍມ່ວນຊື່ນເຮຮາ. ຖືວ່າເປັນແບບຢ່າງທີ່ດີອີກບຸກຄົນໜຶ່ງ ທີ່ມີດີທາງດ້ານການຮຽນ, ທາງດ້ານກິລາ ແລະ ທາງດ້ານການຊ່ວຍເຫຼືອ ຮຽນຮູ້ສິ່ງໃໝ່ໆມາໃສ່ໂຕເອງສະເໝີມາ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/watch/live/?v=486348952544569&ref=watch_permalink

ຂອບໃຈຮູບພາບ:Tanoy Vorlasack | Facebook